ตำรวจลาวลุยล้างบาง บุกทลายโกดังลับสะหวันนะเขต รวบคนไทยคาจอ 42 ราย | ข่าวประเทศลาว | VaoHaiFung.EP211

ເຫດການນີ້ເກີດຂຶ້ນໃນຊ່ວງບ່າຍຂອງວັນທີ 16 ກໍລະກົດ 2026 ທີ່ຜ່ານມາ ເຈົ້າໜ້າທີ່ພະແນກຕຳຫຼວດປ້ອງກັນເສດຖະກິດ ຫ້ອງຕຳຫຼວດ ປກສ ແຂວງສະຫວັນນະເຂດ ໄດ້ຮັບການລາຍງານເບາະແສສຳຄັນຈາກພົນລະເມືອງດີວ່າ ມີກຸ່ມຄົນຕ່າງປະເທດໄດ້ລັກລອບເຊົ່າສາງລັບແຫ່ງໜຶ່ງ ຢູ່ບ້ານນາເລົ່າ ນະຄອນໄກສອນ ພົມວິຫານ ໂດຍພົບເຫັນພຶດຕິກຳທີ່ໜ້າສົງໄສ ມີຄົນເຂົ້າ-ອອກ ແລະ ມີການເຄື່ອນໄຫວພາຍໃນອາຄານຕະຫຼອດ 24 ຊົ່ວໂມງ ຢ່າງບໍ່ມີຢຸດຢັ້ງ ເມື່ອໝັ້ນໃຈວ່າມີສິ່ງຜິດກົດໝາຍຊຸກເຊື່ອງຢູ່ ເວລາ 13 ໂມງ 30 ນາທີ ເຈົ້າໜ້າທີ່ຕຳຫຼວດປ້ອງກັນເສດຖະກິດ ຈຶ່ງໄດ້ສົມທົບກັບ ເຈົ້າໜ້າທີ່ ປກສ ນະຄອນໄກສອນ ພົມວິຫານ, ອົງການໄອຍະການປະຊາຊົນແຂວງ, ອຳນາດການປົກຄອງທ້ອງຖິ່ນ ແລະ ພາກສ່ວນທີ່ກ່ຽວຂ້ອງ ນຳກຳລັງບຸກຈູ່ໂຈມເຂົ້າກວດຄົ້ນສາງແຫ່ງນັ້ນທັນທີ ຜົນການບຸກເຂົ້າກວດຄົ້ນເຮັດໃຫ້ເຈົ້າໜ້າທີ່ເຖິງກັບອຶ້ງ ເພາະດ້ານໃນຖືກດັດແປງເປັນຖານປະຕິບັດການຍ່ອຍໆ ຂອງເວັບພະນັນອອນລາຍ ເຊິ່ງເຈົ້າໜ້າທີ່ສາມາດກັກຕົວຜູ້ຕ້ອງສົງໄສທີ່ກຳລັງນັ່ງໜ້າຈໍຕອບແຊັດລູກຄ້າ ເປັນຄົນສັນຊາດໄທທັງໝົດ 42 ຄົນ, ເປັນຊາຍ 24 ຄົນ ແລະ ຍິງ 18 ຄົນ ພ້ອມທັງຢຶດຂອງກາງຄອມພິວເຕີຕັ້ງໂຕະ ແລະ ໂທລະສັບມືຖືຈຳນວນຫຼາຍເຄື່ອງທີ່ນຳໃຊ້ເຂົ້າໃນການກະທຳຜິດ ປັດຈຸບັນເຈົ້າໜ້າທີ່ກຳລັງເລັ່ງດຳເນີນການສືບສວນ-ສອບສວນຂະຫຍາຍຜົນ ເພື່ອລາກຄົວຫົວໜ້າຂະບວນການ ແລະ ຜູ້ຮ່ວມຂະບວນການທັງໝົດມາດຳເນີນຄະດີຕາມກົດໝາຍໃຫ້ໄດ້. ຄວາມຄືບໜ້າບໍ່ໄດ້ຢຸດຢູ່ພຽງເທົ່ານັ້ນ ເພາະໃນວັນຕໍ່ມາ ຄືວັນທີ 17 ກໍລະກົດ 2026 ທີ່ດ່ານສາກົນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ວຽງຈັນ-ໜອງຄາຍ ທາງກົມຕຳຫຼວດເສດຖະກິດ ກົມໃຫຍ່ຕຳຫຼວດ ສປປ ລາວ ຮ່ວມກັບກົມຕຳຫຼວດພົວພັນຕ່າງປະເທດ ຫ້ອງວ່າການກະຊວງປ້ອງກັນຄວາມສະຫງົບ ໄດ້ເຮັດການສົ່ງມອບຕົວຜູ້ຕ້ອງຫາສັນຊາດໄທອີກກຸ່ມໜຶ່ງ ເຊິ່ງເປັນແກ້ງຕອບແຊັດເວັບພະນັນອອນລາຍຈຳນວນ 20 ຄົນ, ເປັນຊາຍ 12 ຄົນ ແລະ ຍິງ 8 ຄົນ ໃຫ້ແກ່ທາງການໄທ ເພື່ອນຳຕົວເດີ່ນທາງກັບໄປດຳເນີນຄະດີຕາມລະບຽບກົດໝາຍຢູ່ລາຊະອານາຈັກໄທ ໂດຍພິທີມອບ-ຮັບໃນຄັ້ງນີ້ ໄດ້ມີການລົງນາມໃນບົດບັນທຶກຮ່ວມກັນຢ່າງເປັນທາງການ ຝ່າຍລາວນຳໂດຍ ພັນໂທ ຄຳໄພທູນ ລໍວັນຫງຽນ ຮອງຫົວໜ້າກົມຕຳຫຼວດເສດຖະກິດ ແລະ ຝ່າຍໄທນຳໂດຍ ພັນຕຳຫຼວດໂທ ຕິຢາຊາພັດ ຣຸ່ງສີບຣູມານະກູນ ຮອງຜູ້ບັງຄັບການກວດຄົນເຂົ້າ-ອອກເມືອງ 4 ປະເທດໄທ ທ່າມກາງຄະນະຮັບຜິດຊອບຂອງທັງສອງຝ່າຍທີ່ເຂົ້າຮ່ວມເປັນສັກຂີພະຍານຢ່າງພ້ອມພຽງ ເຊິ່ງສືບເນື່ອງມາຈາກກ່ອນໜ້ານີ້ ເຈົ້າໜ້າທີ່ໄດ້ບຸກເຂົ້າກວດຄົ້ນເປົ້າໝາຍຢູ່ເທິງຕຶກສູງສຽດຟ້າ ທີ່ອາພາດເມັນ ວຽງຈັນ ໄລເຊັນເຕີ ຕັ້ງຢູ່ບ້ານໜອງຈັນ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໂດຍເຈົ້າໜ້າທີ່ໄດ້ຈູ່ໂຈມກວດຄົ້ນພ້ອມກັນເຖິງ 3 ຊັ້ນຮວດ ຄື ຊັ້ນ 18, ຊັ້ນ 21 ແລະ ຊັ້ນ 22 ຈົນພົບແຈັກພັອດ ແກ້ງແອດມິນພະນັນອອນລາຍກຳລັງເຮັດວຽກກັນຢ່າງຂະມັກເຂມັ້ນ ລວມທັງໝົດ 24 ຄົນ, ໃນນີ້ ມີຄົນໄທ 20 ຄົນ ແລະ ຄົນລາວ 4 ຄົນ (ຍິງ 3 ຄົນ) ພ້ອມທັງຢຶດຂອງກາງເປັນຊຸດຄອມພິວເຕີຕັ້ງໂຕະ 7 ຊຸດ, ຄອມພິວເຕີໂນດບຸກ 9 ເຄື່ອງ, ຈໍຄອມພິວເຕີ 9 ຈໍ ແລະ ໂທລະສັບມືຖື 42 ໜ່ວຍ ເຊິ່ງການກະທຳຂອງພວກກ່ຽວແມ່ນມີຄວາມຜິດຈະແຈ້ງ ຂັດຕໍ່ປະມວນກົດໝາຍອາຍາ ມາດຕາ 141 ຂອງ ສປປ ລາວ ໃນສະຖານການຫຼິ້ນການພະນັນທີ່ຕ້ອງຫ້າມຢ່າງຊັດເຈນ ຈາກເຫດການດັ່ງກ່າວ ທາງການລາວຈຶ່ງໄດ້ອອກມາກ່າວເຕືອນພໍ່ແມ່ປະຊາຊົນ, ພໍ່ຄ້າຊາວຂາຍ ແລະ ພະນັກງານທຸກພາກສ່ວນ ໃຫ້ມີສະຕິຮູ້ເທົ່າທັນເລ່ຫຼ່ຽມກົນອຸບາຍຂອງກຸ່ມມິດສາຊີບເຫຼົ່ານີ້ ແລະ ສັ່ງຫ້າມບໍ່ໃຫ້ເຂົ້າໄປພົວພັນກັບການພະນັນອອນລາຍທຸກປະເພດ ພ້ອມທັງເນັ້ນຢ້ຳວ່າ ບໍ່ວ່າຈະເປັນເຈົ້າຂອງເຄຫະສະຖານ, ຜູ້ຫຼິ້ນການພະນັນ, ເຈົ້າຂອງເວັບ ຫຼື ເຈົ້າຂອງກິດຈະການ ທັງຄົນລາວ ແລະ ຄົນຕ່າງປະເທດ ຫາກເຂົ້າມາເຄື່ອນໄຫວເຮັດຜິດໃນຜືນແຜ່ນດິນ ສປປ ລາວ ກໍຈະຕ້ອງຖືກລົງໂທດຕາມປະມວນກົດໝາຍອາຍາຢ່າງບໍ່ມີການຍົກເວັ້ນ ແລະ ຫາກໃຜພົບເຫັນບຸກຄົນ ຫຼື ກຸ່ມຄົນທີ່ມີພຶດຕິກຳໜ້າສົງໄສ ແມ່ນໃຫ້ຮີບແຈ້ງເຈົ້າໜ້າທີ່ຢ່າງຮີບດ່ວນ ຫຼື ສາມາດສົ່ງຂໍ້ມູນມາທາງເພຈເຟສບຸກຂອງທາງຕຳຫຼວດໄດ້ຕະຫຼອດ 24 ຊົ່ວໂມງ ເພື່ອຮ່ວມກັນສະກັດກັ້ນ ແລະ ຂະຈັດປັດເປົ່າປະກົດການຫຍໍ້ທໍ້ໃນສັງຄົມໃຫ້ຫຼຸດໜ້ອຍຖອຍລົງ. ປິດທ້າຍກັນທີ່ອີກໜຶ່ງຜົນງານຊິ້ນໂບແດງ ຄັ້ງນີ້ໄດ້ລົງພື້ນທີ່ໄປທີ່ເມືອງທ່ອງທ່ຽວຊື່ດັງ ວັງວຽງ ແຂວງວຽງຈັນ ເມື່ອວັນທີ 2 ກໍລະກົດ 2026 ທີ່ຜ່ານມາ ເຈົ້າໜ້າທີ່ຕຳຫຼວດກອງບັນຊາການ ປກສ ແຂວງວຽງຈັນ ໄດ້ແກະລອຍຕາມເບາະແສຈາກພົນລະເມືອງດີ ຈົນພົບວ່າມີກຸ່ມຄົນຕ່າງປະເທດລັກລອບມາພັກເຊົາຢູ່ເຮືອນພັກແຫ່ງໜຶ່ງ ໃນຂອບເຂດບ້ານຫ້ວຍສະເຫງົ້າ ເມືອງວັງວຽງ ແຂວງວຽງຈັນ ເພື່ອໃຊ້ເປັນບ່ອນເຄື່ອນໄຫວເຮັດຜິດກົດໝາຍ ເປັນຮັງລັບໃນການຕັ້ງສູນແກ້ງຄໍເຊັນເຕີ ຫຼອກລວງເຫຍື່ອທາງອິນເຕີເນັດ ເຈົ້າໜ້າທີ່ບໍ່ລໍຊ້າ ໄດ້ນຳກຳລັງປິດລ້ອມ ແລະ ບຸກເຂົ້າກວດຄົ້ນເຮືອນພັກດັ່ງກ່າວທັນທີ ເຊິ່ງສາມາດກັກຕົວຜູ້ຕ້ອງຫາສັນຊາດຈີນໄດ້ຍົກແກ້ງລວມ 10 ຄົນ ຈາກການສືບສວນ-ສອບສວນຢ່າງເຄັ່ງຮ້ອນ ພວກກ່ຽວໄດ້ໃຫ້ການຮັບສາລະພາບຕໍ່ເຈົ້າໜ້າທີ່ທັງໝົດວ່າ ພວກກ່ຽວໄດ້ລັກລອບເດີນທາງເຂົ້າມາ ສປປ ລາວ ຜ່ານຊ່ອງທາງທຳມະຊາດ ແລ້ວເດີນທາງມາປັກຫຼັກພັກເຊົາຢູ່ເຮືອນພັກດັ່ງກ່າວ ເພື່ອໃຊ້ເປັນສະຖານທີ່ສໍ້ໂກງຊັບທາງໂທລະຄົມມະນາຄົມ ໂດຍມີຮູບການຄືການສ້າງໂປຣຟາຍເຟສບຸກປອມຂຶ້ນມາຫຼາຍໆບັນຊີ ແລ້ວນຳເອົາຮູບພາບຂອງບຸກຄົນອື່ນທີ່ໜ້າຕາດີໃນອິນເຕີເນັດມາໃສ່ເປັນຮູບໂປຣຟາຍ ຫຼັງຈາກນັ້ນກໍທັກໄປຂໍແອດເປັນໝູ່ກັບບຸກຄົນຕ່າງໆ ສົ່ງຂໍ້ຄວາມໄປຫາເພື່ອສ້າງຄວາມສະໜິດສະໜົມເຊີງຊູ້ສາວ ຫຼື ທີ່ເອີ້ນກັນວ່າ Romance Scam ກ່ອນຈະໃຊ້ກົນອຸບາຍຊັກຊວນໃຫ້ເຫຍື່ອຮ່ວມລົງທຶນໃນບໍລິສັດທີ່ບໍ່ມີຕົວຕົນ ຫຼື ບໍລິສັດທິບ ຈົນມີຜູ້ຕົກເປັນເຫຍື່ອແລະສູນເສຍຊັບສິນເປັນຈຳນວນຫຼາຍ ຈາກການກວດຄົ້ນ ເຈົ້າໜ້າທີ່ສາມາດຢຶດອຸປະກອນເອເລັກໂຕຣນິກທີ່ໃຊ້ໃນການເຮັດຜິດ ປະກອບມີ ຄອມພິວເຕີໂນດບຸກ 8 ເຄື່ອງ, ໂທລະສັບມືຖື 25 ເຄື່ອງ, ບັດປະຈຳຕົວປະຊາຊົນຈີນ 2 ໃບ, ບັດແຮງງານກຳປູເຈຍ 2 ໃບ ແລະ ອຸປະກອນອື່ນໆອີກຫຼາຍລາຍການ ລ້າສຸດ ກອງບັນຊາການ ປກສ ແຂວງວຽງຈັນ ໄດ້ສົ່ງມອບຕົວຜູ້ຕ້ອງຫາສັນຊາດຈີນ ພ້ອມດ້ວຍເຄື່ອງມືເອເລັກໂຕຣນິກທັງໝົດ ໃຫ້ແກ່ກົມໃຫຍ່ສັນຕິບານ ກະຊວງປ້ອງກັນຄວາມສະຫງົບ ເພື່ອສືບຕໍ່ດຳເນີນການສືບສວນ-ສອບສວນຂະຫຍາຍຜົນ ແລະ ດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍ ແລະ ກະຕິກາສາກົນຕໍ່ໄປ. #ข่าวประเทศลาว #ເວົ້າໃຫ້ຟັງ #SpillTheTea #ลาว #Laos #การเมืองลาว #สปปลาว #ประเทศลาว #ข่าวสปปลาว #LaoNews #Vaohaifung #เว้าให้ฟัง

Laos🇱🇦 : ໄຟດັບທີ່ສີຫອມ ກາງເມືອງວຽງຈັນ. | ไฟฟ้าดับที่สีหอม กลางเมืองเวียงจันทร์.
▶︎

Laos🇱🇦 : ໄຟດັບທີ່ສີຫອມ ກາງເມືອງວຽງຈັນ. | ไฟฟ้าดับที่สีหอม กลางเมืองเวียงจันทร์.

CEO สาวพาลูกกลับประเทศ ช็อกหนักเมื่อเห็นแม่แท้ๆ โดนแม่ลูกเมียน้อยไล่ส่งจนกลายเป็นขอทานข้างถนน!
▶︎

CEO สาวพาลูกกลับประเทศ ช็อกหนักเมื่อเห็นแม่แท้ๆ โดนแม่ลูกเมียน้อยไล่ส่งจนกลายเป็นขอทานข้างถนน!

"ญี่ปุ่น" กลายเป็นรังสายลับรัสเซีย? | ทันโลก กับ Thai PBS | 16 ก.ค. 2569
▶︎

"ญี่ปุ่น" กลายเป็นรังสายลับรัสเซีย? | ทันโลก กับ Thai PBS | 16 ก.ค. 2569

#ตัวพ่อเฉพาะกิจ#ช๊อตเดือด!!ล้อมจับ..โก้กงหรา!!ค่าหัว1แสนบัญชีดำลำดับ193
▶︎

#ตัวพ่อเฉพาะกิจ#ช๊อตเดือด!!ล้อมจับ..โก้กงหรา!!ค่าหัว1แสนบัญชีดำลำดับ193

🔴 แตกตื่นกันทั้งหมู่บ้าน หลายคนกลัว บอกรีบเอาไปปล่อยเดี๋ยวนี้ | Time to share | EP. 999
▶︎

🔴 แตกตื่นกันทั้งหมู่บ้าน หลายคนกลัว บอกรีบเอาไปปล่อยเดี๋ยวนี้ | Time to share | EP. 999

ฝังทั้งหลัง! มิดหลังคา ฉงชิ่งภูเขาถล่มทับคนนับพัน 1 ชม.ก่อนนั้นเกิดอะไรขึ้นกันแน่
▶︎

ฝังทั้งหลัง! มิดหลังคา ฉงชิ่งภูเขาถล่มทับคนนับพัน 1 ชม.ก่อนนั้นเกิดอะไรขึ้นกันแน่

Whoa! Laos Is Different… And I’m Loving It 🇱🇦
▶︎

Whoa! Laos Is Different… And I’m Loving It 🇱🇦

ดังทั่วโลก | ตำนานวงร็อค แห่ชม เนเน่ (งานเข้ารัวๆ)⁉️
▶︎

ดังทั่วโลก | ตำนานวงร็อค แห่ชม เนเน่ (งานเข้ารัวๆ)⁉️

Laos: 🔥 New Arrival! High-rises, New City, and Investments That Are Changing Laos
▶︎

Laos: 🔥 New Arrival! High-rises, New City, and Investments That Are Changing Laos

ล้งทุเรียนเดือด! เสี่ยหนุ่มจีนปืนโหด ยิงถล่มบ้านเจ้าของสวนทุเรียน|17 ก.ค. 69 | ไทยรัฐนิวส์โชว์
▶︎

ล้งทุเรียนเดือด! เสี่ยหนุ่มจีนปืนโหด ยิงถล่มบ้านเจ้าของสวนทุเรียน|17 ก.ค. 69 | ไทยรัฐนิวส์โชว์

ประธานประเทศลาวกล่าว สื่อลาวไม่กลัวที่จะต่อสู้เพื่อความเป็นธรรม | ข่าวประเทศลาว | VaoHaiFung.EP210
▶︎

ประธานประเทศลาวกล่าว สื่อลาวไม่กลัวที่จะต่อสู้เพื่อความเป็นธรรม | ข่าวประเทศลาว | VaoHaiFung.EP210

#ด่วน คอมเมนต์เขมรหน้าไหว้หลังหลอกหลังรู้ผลต้องปะทะไทยเป็นแบบนี้ทันที,ทีมไทยต้องถล่มเท่านั้น
▶︎

#ด่วน คอมเมนต์เขมรหน้าไหว้หลังหลอกหลังรู้ผลต้องปะทะไทยเป็นแบบนี้ทันที,ทีมไทยต้องถล่มเท่านั้น

มหาเศรษฐีรวยที่สุดแกล้งจนกลับบ้านเกิด ที่ไหนได้ถูกคนทั้งหมู่บ้านดูถูกไล่ส่ง!
▶︎

มหาเศรษฐีรวยที่สุดแกล้งจนกลับบ้านเกิด ที่ไหนได้ถูกคนทั้งหมู่บ้านดูถูกไล่ส่ง!

 ພໍ່ເທບໝໍຢາຜູ້ວິເສດມີວິຊາອາຄົມບໍ່ມີຢາໃດທຽບໄດ້ໃນໂລກນີ້ ວ່າຊັ້ນ!
▶︎

ພໍ່ເທບໝໍຢາຜູ້ວິເສດມີວິຊາອາຄົມບໍ່ມີຢາໃດທຽບໄດ້ໃນໂລກນີ້ ວ່າຊັ້ນ!

Excited, finally got a bank account: 1st time trying Burgers in 🇱🇦 Laos
▶︎

Excited, finally got a bank account: 1st time trying Burgers in 🇱🇦 Laos

ลับ ลวง พราง! ตำรวจอ้างทำปืนหาย แต่เจอตกข้างศพที่จุดชมวิว | ลุยชนข่าว | 17 ก.ค. 69
▶︎

ลับ ลวง พราง! ตำรวจอ้างทำปืนหาย แต่เจอตกข้างศพที่จุดชมวิว | ลุยชนข่าว | 17 ก.ค. 69

หักเหลี่ยมมหาอำนาจ! วินาทีโลกเดือด เมื่อหมากเกมนี้ไม่มีที่ยืน? (พลเอก รังษี กิติญาณทรัพย์)
▶︎

หักเหลี่ยมมหาอำนาจ! วินาทีโลกเดือด เมื่อหมากเกมนี้ไม่มีที่ยืน? (พลเอก รังษี กิติญาณทรัพย์)

ปิดห้องเคลียร์! “ทหารพราน-ตร.ทางหลวง” จับอาสาสะเทือน 3 จว.ใต้ ดับไฟก่อนบานปลาย| อาร์มชัช15
▶︎

ปิดห้องเคลียร์! “ทหารพราน-ตร.ทางหลวง” จับอาสาสะเทือน 3 จว.ใต้ ดับไฟก่อนบานปลาย| อาร์มชัช15

ລາວປະກາດປາບເດັດຂາດ! ບໍ່ໃຫ້ມີທີ່ຢືນໃນຜືນແຜ່ນດິນ! CR: Lao National Radio
▶︎

ລາວປະກາດປາບເດັດຂາດ! ບໍ່ໃຫ້ມີທີ່ຢືນໃນຜືນແຜ່ນດິນ! CR: Lao National Radio

#TravelingToSouthernLaosTodayJourneyToAttapeuSharingSnacksAndFoodWithChildrenInARuralVillageSuchA...
▶︎

#TravelingToSouthernLaosTodayJourneyToAttapeuSharingSnacksAndFoodWithChildrenInARuralVillageSuchA...