ประธานประเทศลาวกล่าว สื่อลาวไม่กลัวที่จะต่อสู้เพื่อความเป็นธรรม | ข่าวประเทศลาว | VaoHaiFung.EP210
ວັນທີ 15 ກໍລະກົດ 2026 ນີ້ ທີ່ຫໍປະຊຸມແຫ່ງຊາດ ກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ I ພາຍໃຕ້ຫົວຂໍ້: ເພີ່ມທະວີບົດບາດການນໍາພາຂອງພັກ ພັດທະນາວຽກງານສື່ມວນຊົນໃຫ້ຫັນປ່ຽນສູ່ຄຸນນະພາບໃໝ່ຢ່າງແຂງແຮງ ໄດ້ປິດລົງ ໂດຍການເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ, ໂດຍມີທ່ານ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີແຫ່ງສປປ ລາວ, ທ່ານ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ຮອງປະທານສະພາທິດສະດີສູນກາງພັກ, ມີບັນດາການນໍາ, ອະດີດການນໍາຂັ້ນສູງ, ຜູ້ແທນສື່ມວນຊົນຈາກສູນກາງ ແລະ ທ້ອງຖິ່ນເຂົ້າຮ່ວມ. ທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ຫົວໜ້າຄະນະຊີ້ນໍາກອງປະຊຸມ ເນັ້ນບາງຈຸດອັນ ສໍາຄັນ ຕໍ່ສື່ມວນຊົນ ເພື່ອສືບຕໍ່ປະຕິບັດໜ້າທີ່ການເມືອງອັນມີກຽດຂອງສື່ມວນຊົນລາວ ແນໃສ່ເຮັດໃຫ້ບົດບາດຂອງວຽກງານສື່ມວນຊົນ ໄດ້ກ້າວສູ່ຄຸນນະພາບໃໝ່ ແລະ ມີການຫັນປ່ຽນທີ່ເລິກຊິ່ງ, ເຖິງຖອງ, ຍົກສູງການຈັດຕັ້ງນໍາພາວຽກງານສື່ມວນຊົນໃຫ້ກາຍເປັນເຄື່ອງມືອັນແຫຼມຄົມ ແລະ ເປັນຂົວຕໍ່ທີ່ສຳຄັນຂອງພັກໃນການໂຄສະນາເຜີຍແຜ່, ແນວທາງ, ແຜນນະໂຍບາຍຂອງພັກ-ລັດ ກໍຄືການປະຕິບັດພາລະໜ້າທີ່ຂອງສື່ມວນຊົນ ສໍາຄັນດັ່ງນີ້: 1). ສະເໜີໃຫ້ບັນດາອົງການຂະແໜງການສື່ມວນຊົນທຸກຂົງເຂດຈົ່ ງໄດ້ເອົາໃຈໃສ່ຕໍ່ການເສີມຂະຫຍາຍຜົນງານດັ່ງກ່າວ ໃຫ້ນັບມື້ນັບຫຼາຍຂຶ້ນທັງມີຄຸນນະພາບໃໝ່ ແລະ ມີການພັດທະນາຢ່າງບໍ່ຢຸດຢັ້ງ ເພື່ອສ້າງໃຫ້ສື່ມວນຊົນເປັນເຄື່ອງມືທີ່ແຫຼມຄົມຂອງພັກເຮົາ; 2). ຂະແໜງການສື່ມວນຊົນ ສືບຕໍ່ເອົາໃຈໃສ່ສ້າງກົນໄກການປະສານງານ, ການສົມທົບກັບບັນດາກະຊວງ-ອົງການ ແລະ ທ້ອງຖິ່ນທີ່ຮັບຜິດຊອບວຽກງານສື່ມວນຊົນ ເພື່ອພ້ອມກັນຍົກສູງບົດບາດວຽກງານສື່ມວນຊົນໃຫ້ເຂັ້ມແຂງ, ມີການສະຫຼຸບຖອດຖອນບົດຮຽນ; ການປັບປຸງເນື້ອໃນ ແລະ ຮູບການນໍາສະເໜີຂ່າວ, ການອອກຂ່າວ, ການວິເຄາະ-ວິຈານຂ່າວໃຫ້ມີຄຸນນະພາບ; ເຮັດໃຫ້ການຕອບໂຕ້ຂ່າວບິດເບືອນ, ບໍ່ມີມູນຄວາມຈິງໄດ້ທັນການ; 3). ຍົກສູງຄວາມຮັບຜິດຊອບ ແລະ ຈັດຕັ້ງຜັນຂະຫຍາຍທິດຊີ້ນໍາ ຂອງສະຫາຍເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ທີ່ໄດ້ໃຫ້ຄໍາໂອ້ລົມຕໍ່ກອງປະຊຸມ ເພື່ອເປັນທິດທາງໃນການຈັດຕັ້ງປະຕິບັດໜ້າທີ່ການ ເມືອງຂອງຂະແໜງການສື່ມວນຊົນທົ່ວປະເທດໃຫ້: “ທັນການ, ທັນໃຈ, ທັນຍຸກ”; ບັນດາສື່ມວນຊົນຈົ່ງພ້ອມກັນປະຕິບັດໃຫ້ເປັນຈິງທິດນໍາທີ່ວ່າ: ສື່ມວນຊົນເປັນຜູ້ປາກອອກແສງ, ຜູ້ທີ່ແທງເຖິງໃຈ, ຜູ້ທີ່ສະດຸ້ງໄວເມື່ອອ່ານ, ຜູ້ທີ່ກ້າຜ່ານອຸປະສັກ, ຜູ້ທີ່ຮັກຄວາມຈິງ, ຜູ້ທີ່ຍິງຖືກເປົ້າ” ຖືທັດສະນະຊີ້ນໍານີ້ ເປັນເຂັມທິດຊີ້ບອກທາງຂອງສື່ມວນຊົນ ພ້ອມກັນປະຕິບັດໃຫ້ປະກົດຜົນເປັນຈິງຢ່າງມີປະສິດທິຜົນສູງ; 4). ສືບຕໍ່ນໍາເອົາເນື້ອໃນຈິດໃຈຂອງກອງປະຊຸມວຽກງານສື່ມວນຊົນທົ່ວປະເທດໃນຄັ້ງນີ້ ໄປຈັດຕັ້ງຜັນຂະຫຍາຍເຂົ້າສູ່ລວງເລິກ, ແທດເຖິງຕົວຈິງ ແລະ ຫັນເປັນແຜນງານ, ແຜນການ, ວຽກງານອັນລະອຽດໃນແຕ່ລະຂະແໜງການສື່ມວນຊົນທົ່ວປະເທດ ເພື່ອສ້າງການຫັນປ່ຽນ ໃໝ່ຢ່າງແຂງແຮງ, ມີປະສິດທິຜົນໃນການພັດທະນາວຽກງານສື່ມວນຊົນໃນໄລຍະໃໝ່; ເຮັດໃຫ້ຄາດໝາຍທີ່ວາງໄວ້ໃນປີ 2030 ໃຫ້ປະກົດເປັນຈິງ; ບັນດາຖັນແຖວສື່ມວນຊົນ ຈົ່ງຍົກສູງຄວາມຮັບຜິດຊອບການເມືອງ ດໍາເນີນການປັບປຸງ, ແກ້ໄຂບັນດາຂໍ້ຄົງຄ້າງໃນໄລຍະຜ່ານມາ ແລະ ພ້ອມກັນເຮັດສໍາເລັດໜ້າທີ່ການເມືອງທີ່ໄດ້ຮັບການມອບໝາຍໄດ້ສໍາເລັດໝາກຜົນ ແລະ ມີການພັດທະນາຍິ່ງໆຂຶ້ນໄປ. ຕອນທ້າຍພິທີ, ທ່ານ ທອງລຸນ ສີສຸລິດ ໄດ້ໃຫ້ກຽດໂອ້ລົມ ເພື່ອໃຫ້ທິດຊີ້ນໍາ ແລະ ທິດທາງໃນການສືບຕໍ່ພັດທະນາວຽກງານສື່ມວນຊົນໃຫ້ໄປສູ່ຄຸນນະພາບ ໃໝ່ຢ່າງແຂງແຮງ. ພັທ ສັງຄົມ ພົມມະລາດ ຫົວໜ້າພະແນກຕຳຫຼວດຈາລະຈອນ ຫ້ອງຕຳຫຼວດ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໄດ້ຊີ້ແຈງກ່ຽວກັບບັນຫາການຈາລະຈອນຕິດຂັດໃນນະຄອນຫຼວງວຽງຈັນ ວ່າ: ປັດຈຸບັນ ສະພາບການສັນ ຈອນຢູ່ຕາມເສັ້ນທາງໃນນະຄອນຫຼວງວຽງຈັນ ອ່າວແອອັດສັບສົນພໍສົມຄວນ, ເຖິງແມ່ນວ່າເປັນໄລຍະພັກຮຽນກໍຕາມ, ສາຍເຫດແມ່ນເກີດມາຈາກຫຼາຍປັດໄຈ ເຊັ່ນ: ໄລຍະນີ້ແມ່ນລະດູຝົນ ບາງມື້ມີລົມ ບາງມື້ມີຝົນ, ຖ້າຝົນຕົກແຮງນໍ້າໄຫຼບໍ່ທັນກໍຈະມີນໍ້າອັ່ງ-ນໍ້າຂັງ ຢູ່ບາງຈຸດຂອງເສັ້ນທາງ ເວລາຝົນຕົກແຮງຈະເຮັດໃຫ້ໄຟອໍານາດຫຼາຍຈຸດເປ່ເພໃຊ້ການບໍ່ໄດ້, ມີບາງຈຸດລະບົບຜິດພາດ ໄຟແດງ ຫລື ໄຟຂຽວຮຸ່ງຂຶ້ນ ທັງ 4 ດ້ານພ້ອມກັນ, ມີບາງຈຸດດອກໄຟຢູ່ເບື້ອງໜຶ່ງຂາດ ແລະ ຢູ່ອີກເບິ່ງໜຶ່ງຊໍ້າພັດຍັງໃຊ້ໄດ້ປົກກະຕິ. #ข่าวประเทศลาว #ເວົ້າໃຫ້ຟັງ #SpillTheTea #ลาว #Laos #การเมืองลาว #สปปลาว #ประเทศลาว #ข่าวสปปลาว #LaoNews #Vaohaifung #เว้าให้ฟัง

CEO สาวพาลูกกลับประเทศ ช็อกหนักเมื่อเห็นแม่แท้ๆ โดนแม่ลูกเมียน้อยไล่ส่งจนกลายเป็นขอทานข้างถนน!

"ปอนด์ จักรกฤษณ์" โต้! เขาหาว่าผมเป็น "นักบุญทุนชาวบ้าน" ถอนเงินบุญใช้ส่วนตัว l EP.2239 l 17 ก.ค.69

หมู่บ้านกวาดรายได้ทะลุ 10,000 ล้านกีบ ประธานประเทศสั่งอัดฉีดเพิ่ม | ข่าวประเทศลาว | VaoHaiFung.EP207

ສຸດຍອດ! ເວົ້າຄັກຫຼາຍ ຈົນປະທານຕໍ່ເວລາໃຫ້ເວົ້າຕາມໃຈມັກ

🔴LIVE โหนกระแส "ปอนด์ จักรกฤษณ์" เขาหาว่าผมเป็น "นักบุญทุนชาวบ้าน" ให้เมียถอนเงินบุญใช้ส่วนตัว

อิหร่านสั่งปิดทะเลแดง สงครามลามภูมิภาค ? (พล.อ.รังษี กิติญาณทรัพย์)

🔴 Live เข้มข่าวเย็น | บึ้มสนั่น! ทหารไทยเหยียบทุ่นระเบิด ฐานฯภูผา | 17 ก.ค. 69

อิหร่านสั่งปิดทะเลแดง สงครามลามภูมิภาค ? (พล.อ.รังษี กิติญาณทรัพย์)

So embarrassing! Laos deports 42 Thais after raid on scammer den in Vientiane, dozens of phones s...

The Dream Of Sucess In America ຄວາມຝັນກາຍເປັນຈິງໃນອາເມຣິກາ

หลุดบัตรคนจนกระจาย! เหตุมีรถยนต์ วอนรัฐ ดูความเป็นอยู่จริง : Matichon TV

รอยเตอร์สแฉ "เจ้าสัวกัมพูชา" ปล่อยเช่าอาคารบริเวณชายแดนไทย-กัมพูชา ให้แก๊งต้มตุ๋นเขมร

American Teaches English In Laos

ลาวเซ็กบิลคนโกง บิ๊กข้าราชการระดับสูง เข้าคุกตลอดชีวิต | ข่าวประเทศลาว | VaoHaiFung.EP198

สหรัฐฯ บึ้มฐานอิหร่าน ยาว 5 ชม. รัสเซียส่ง"เครื่องบินวันสิ้นโลก"ผนึกเตหะราน | TNNข่าวดึก | 14 ก.ค.69

โลกระส่ำ! สหรัฐปูพรมถล่มอิหร่านรอบ 2 ส่อบานปลาย | ข่าวเย็นอมรินทร์ | 14 ก.ค. 69

มรึงรู้จักกรูน้อยไป! ลั่นอยากหวด ตร.แทนเขมร ย้อนบุกโรงพักจันทบุรี | the Critics เที่ยงตรง |

ศึกเดิมพ้น Hormuz: มะกันถล่มอิหร่าน ต่อเนื่องวันที่ 6! Suthichai live 17-7-69

3 อาหารเช้าที่ทำให้ยาลดความดันแทบไม่ได้ผล เสี่ยงโรคหลอดเลือดสมองโดยไม่รู้ตัว | สุขภาพผู้สูงอายุ

