เกาะติด! ค้นหา 7 ชีวิตติดถ้ำลึกที่ลาว ล่าสุดเข้าสู่วันที่ 6 | ข่าวประเทศลาว | SpillTheTea.EP172

ສະບາຍດີ, ມື້ນີ້ພວກເຮົາພ້ອມກັນຍັງຄົງເກາະຕິດກັບປະຕິບັດການ ການຄົ້ນຫາຜູ້ປະສົບໄພທັງ 7 ຄົນທີ່ຕິດຢູ່ພາຍໃນຖໍ້າເລິກ ທີ່ບ້ານພັນໄຊ ຕາແສງຜາມີໄຊ ເມືອງລ່ອງແຈ້ງ ແຂວງໄຊສົມບູນ ສປປ ລາວ ຊຶ່ງມື້ນີ້ກໍເປັນວັນທີ 6 ແລ້ວ ທີ່ຜູ້ປະສົບໄພທັງ 7 ຍັງຄົງຕິດຢູ່ພາຍໃນຖໍ້າ ທີ່ຍັງລໍຖ້າການຊ່ວຍເຫຼືອຈາກທຸກຄົນທີ່ຢູ່ທາງນອກ ມື້ນີ້ວັນທີ 25 ພຶດສະພາ 2569 ກໍໄດ້ມີຜູ້ຊ່ຽວຊານຈາກຕ່າງປະເທດມາສົມທົບ ໃຫ້ການຊ່ວຍເຫຼືອອີກ 3 ຄົນ ຈາກການປະສານງານຂໍຄວາມຊ່ວຍເຫຼືອ ຈາກທີມອາສາກູ້ໄພຂອງລາວ ຕາມນະໂຍບາຍຂອງຄະນະກຳມະການປົກຄອງແຂວງໄຊສົມບູນ. ເພື່ອໃຫ້ການຊ່ວຍເຫຼືອໃນຄັ້ງນີ້ ປະສົບຜົນສຳເລັດໄປໄດ້ດ້ວຍດີ ມີຜູ້ຊ່ຽວຊານຈາກປະເທດຟິນແລນ 1 ຄົນ ແລະ ຜູ້ຊ່ຽວຊານຈາກປະເທດໄທອີກ 2 ຄົນ ຊຶ່ງທຸກຄົນເປັນບຸກຄົນທີ່ເຄີຍໄປຊ່ວຍທີມໝູປ່າທີ່ຕິດໃນຖ້ຳຫຼວງ ຊຶ່ງການມາຂອງພວກເຂົາໃນຄັ້ງນີ້ ເປັນແຮງຊຸກດັນ ເປັນກຳລັງໃຈ ເປັນຄວາມຫວັງໃຫ້ກັບທຸກຄົນ ທີ່ລໍຄອຍການກັບມາຂອງຜູ້ປະສົບໄພທັງເຈັດຊີວິດທີ່ຕິດຢູ່ພາຍໃນຖ້ຳ. ແລະ ເພື່ອໃຫ້ພົບໂຕພວກເຂົາໄດ້ໄວຂຶ້ນ ເພາະໃນເວລານີ້ທຸກວິນາທີມີຄ່າຫຼາຍໆ ພວກເຮົາລອງມາເບິ່ງສະຖານະການໃນປະຈຸບັນນີ້ ຊຶ່ງເບິ່ງແລ້ວກໍຍັງຄົງໜ້າເປັນຫ່ວງຫຼາຍ ເພາະທີມງານທຸກພາກສ່ວນ ຍັງບໍ່ສາມາດເຂົ້າໄປເຖິງຈຸດທີ່ຄິດວ່າ ຜູ້ປະສົບໄພຕິດຢູ່ ເພາະໃນຄືນທີ່ຜ່ານມາຍັງຄົງມີຝົນຕົກລົງມາເລື້ອຍໆ ເຮັດໃຫ້ປາກຖ້ຳທີ່ຍິ່ງແຄບຢູ່ແລ້ວ ແລະ ຍັງມີມວນນ້ຳຂັງຢູ່ ກໍຍິ່ງເຮັດໃຫ້ເປັນອຸປະສັກ ກັບທີມງານກູ້ໄພເປັນຢ່າງຫຼາຍ ຊຶ່ງທຸກຄົນຕ້ອງເຮັດວຽກແຂ່ງກັບເວລາ ແລະ ແຜນການຊ່ວຍເຫຼືອຂອງມື້ນີ້ຄື ພາກສ່ວນໃນຖ້ຳ ຈະສືບຕໍ່ຈາກຈຸດທີ 6 ເພື່ອດຳນ້ຳເຂົ້າໄປຫາເນີນ 30 ອົງສາ ເປັນໄລຍະທາງປະມານ 30 ແມັດ ຊຶ່ງໃນຈຸດນີ້ເອງຄາດຄະເນວ່າຈະມີຜູ້ລອດຊີວິດຕິດຢູ່ໃນນັ້ນ ແລະ ປະຕິບັດການສືບຕໍ່ດູດນ້ຳອອກຈາກຖ້ຳ 24 ຊົ່ວໂມງ ສ່ວນດ້ານນອກຂອງຖ້ຳ ກຽມພາຫະນະແລະອຸປະກອນການແພດສຸກເສີນຕະຫຼອດ 24 ຊົ່ວໂມງ ມີຄະນະຮັບຜິດຊອບໜ້າງານກຽມພ້ອມຮອບດ້ານ ບໍ່ວ່າຈະເປັນອຸປະກອນຮັບໃຊ້ໃນໜ້າສະໜາມ ຫຼື ສະບຽງອາຫານຕ່າງໆ ມີການປ້ອງກັນ ແລະ ລະບົບຮັກສາຄວາມສະຫງົບປອດໄພຕະຫຼອດເວລາ ປະຕິບັດການການຊ່ວຍເຫຼືອໃນຄັ້ງນີ້ເຕັມໄປດ້ວຍຄວາມຍາກລຳບາກຫຼາຍໆ. ຊຶ່ງທີມອາສາກູ້ໄພຈາກປະເທດໄທ ຕ້ອງໄດ້ນອນຄ້າງຄືນທີ່ປາກຖ້ຳເພື່ອເຝົ້າເບິ່ງສະຖານະການຕະຫຼອດເວລາ ເວລານອນກໍຕ້ອງນອນດ້ວຍຄວາມຍາກລຳບາກຫຼາຍ ເບິ່ງຈາກໃນພາບແລ້ວກໍ ໂອໂຫ ບໍ່ມີຄຳໃດຈະບັນຍາຍແລ້ວ ຕ້ອງໄດ້ເອົາເປົ໋າໃສ່ຊາຍ (ກະສອບ) ຜູກເປັນອູ່ແຂວນນອນ ເພາະຂຶ້ນເຂົາລົງເຂົາໄລຍະທາງ 4 ກິໂລແມັດຕ້ອງໃຊ້ເວລາເຖິງ 1 ຊົ່ວໂມງ ເລີຍຕ້ອງໄດ້ນອນທີ່ປາກຖ້ຳ ຢ່າງຍາກລຳບາກ ພ້ອມເຝົ້າເບິ່ງສະຖານະການ ຕ້ອງຂໍຂອບໃຈທຸກຄົນຫຼາຍໆ ນັບຖືນ້ຳໃຈພວກທ່ານແທ້ໆ ທີ່ໄດ້ສະຫຼະແຮງກາຍແຮງໃຈ ເພື່ອມາຊ່ວຍເຫຼືອ 7 ຊີວິດທີ່ຕິດຢູ່ໃນຖ້ຳໃນຄັ້ງນີ້ ໂດຍສະເພາະ ປອນ ຈັກກຣິດ ທີ່ເປັນຫົວເຮືອຫົວຕໍ່ໃນການນຳພາທີມອາສາກູ້ໄພຈາກປະເທດໄທ ຂ້າມນ້ຳຂ້າມພູຜາປ່າດົງດິບ ເຂົ້າມາຊ່ວຍເຫຼືອພີ່ນ້ອງຊາວລາວໃນຄັ້ງນີ້ ໂດຍບໍ່ຍໍ້ທໍ້ຕໍ່ຄວາມລຳບາກ ຕ້ອງຂໍຂອບໃຈຫຼາຍໆ ມີປະໂຫຍກ 1 ທີ່ປະທັບໃຈ (ທັດໃຈ) ຫຼາຍຈາກ ປອນ ຈັກກຣິດ "ຂ້ອຍມາຄັ້ງນີ້ຄ່າໃຊ້ຈ່າຍຂ້ອຍອອກເອງທັງໝົດ ບໍ່ໄດ້ມີໃຜສະໜັບສະໜູນ ມາເພາະຄຳວ່າເພື່ອນພ້ອງ ມາເພາະຄຳວ່າພີ່ນ້ອງ ມາເພາະຄຳວ່າມະນຸດສະທຳ" ເປັນຄຳທີ່ປາບປື້ມໃຈຍິ່ງແທ້ໆ ຕ້ອງຂໍຂອບໃຈອີກຄັ້ງ ແລະ ຕ້ອງຂໍຂອບໃຈທຸກໆຄົນທີ່ໄດ້ໃຫ້ການຊ່ວຍເຫຼືອໃນຄັ້ງນີ້ ຂອບໃຈແທນພວກເຂົາແທ້ໆ ຂໍອະທິຖານໃຫ້ພົບຜູ້ລອດຊີວິດທັງ 7 ໄດ້ໂດຍໄວ. ແລະ ມີອີກປະເດັນໜຶ່ງ ທີ່ຢາກຈະເວົ້າເຖິງ ຕ້ອງຍ້ອນກັບໄປໃນວັນທີ 24 ພຶດສະພາ 2569 ທີ່ຜ່ານມາ ທ່ານນາຍພົນ ບົວພາ ອິນທະປັນຍາ ປະທານຄະນະກຳມະການປົກຄອງແຂວງ ທ່ານກໍຄືຄົນທີ່ໃຊ້ໝວກສີເຫຼືອງ ທີ່ເຫັນຢູ່ໃນພາບປະຈຸບັນ ຊຶ່ງບາງຄົນກໍຍັງບໍ່ຮູ້ວ່າທ່ານເປັນໃຜ ຖ້າໃຫ້ປຽບທຽບເປັນປະເທດໄທ ທ່ານກໍຄືເຈົ້າແຂວງນັ້ນລະຄະ ທ່ານກໍໄດ້ລົງພື້ນທີ່ຕ້ອນຮັບທີມງານກູ້ໄພທີ່ມາຈາກປະເທດໄທນຳ ແລະ ຍັງໄດ້ຍ່າງເທົ້າມາສົ່ງທີມງານກູ້ໄພຂອງໄທເຖິງທີ່ປາກຖ້ຳ ເພື່ອເບິ່ງສະຖານະການ ແລະ ໃຫ້ກຳລັງໃຈທຸກພາກສ່ວນທີ່ເຂົ້າມາໃຫ້ການຊ່ວຍເຫຼືອໃນຄັ້ງນີ້ ທ່ານກໍຍັງໄດ້ອຳນວຍຄວາມສະດວກໃຫ້ແກ່ທີມງານກູ້ໄພຢ່າງເຕັມທີ່ ລວມເຖິງທະຫານ, ຕຳຫຼວດ ແລະ ພໍ່ແມ່ພີ່ນ້ອງປະຊາຊົນທຸກຄົນ ແຕ່ກໍຍັງມີຊາວລາບບາງຄົນໄປເວົ້າແຊະ (ເວົ້າສຽດສີ) ທ່ານວ່າ ມາເພື່ອເອົາໜ້າເອົາຕາ ມາເພື່ອເອົາຜົນງານ ໂອໂຫ ເຈົ້າກໍເວົ້າໄປໄດ້ ທ່ານບໍ່ມານັ້ນຕ່າງຫາກຄືເລື່ອງແປກ ຜູ້ນຳຢູ່ໃສ ບໍ່ລົງມາເບິ່ງຄວາມເດືອດຮ້ອນຂອງປະຊາຊົນ ທ່ານລົງມາເບິ່ງນີ້ລະເປັນສິ່ງທີ່ດີແລ້ວ ຢາກໃຫ້ມາອີກຈັກ 10 ຮອບ ແຕ່ທ່ານກໍຄົງຈະບໍ່ຫວ່າງປານນັ້ນ ຕ້ອງຂໍຂອບໃຈແທ້ໆ ທີ່ທ່ານໄດ້ລົງມາເບິ່ງຄວາມເດືອດຮ້ອນຂອງປະຊາຊົນ ແລະ ເອົາໃຈໃສ່ ພ້ອມຍັງອຳນວຍຄວາມສະດວກໃຫ້ກັບທີມງານທຸກຄົນ ເພື່ອເຮັດໃຫ້ພາລະກິດ ສຳເລັດໄວຂຶ້ນ. ສ່ວນຄົນທີ່ຈ້ອງແຕ່ຈະຈັບຜິດຄົນອື່ນແບບນີ້ ໜ້າຈະເອົາມັນໄປຂັງຄຸກ ບໍ່ໃຫ້ເຫັນເດືອນເຫັນແສງຕາເວັນ ໃຫ້ມັນຈົບໆໄປ ເວົ້າແລ້ວຄັນປາກແທ້ໆຄົນແບບນີ້ ຍັງເຖິງຢ່າງໃດກໍຂໍຝາກຄວາມຫວັງໄວ້ນຳທຸກຄົນ ທີ່ຢູ່ພາກສະໜາມ ຂໍໃຫ້ຊ່ວຍຜູ້ລອດຊີວິດທັງ 7 ຊີວິດ ອອກມາສູ່ອ້ອມກອດຂອງຄອບຄົວລາວ ໃຫ້ໄດ້ໂດຍໄວທີ່ສຸດ. #ข่าวประเทศลาว #ເວົ້າໃຫ້ຟັງ #SpillTheTea #ลาว #Laos #การเมืองลาว #สปปลาว #ประเทศลาว #ข่าวสปปลาว #LaoNews

🚨 นาทีเคาะสัญญาณ! มีเสียงตอบกลับในถ้ำ ใช่ 2 ชีวิตหรือไม่ | Talk the News | EP.498
▶︎

🚨 นาทีเคาะสัญญาณ! มีเสียงตอบกลับในถ้ำ ใช่ 2 ชีวิตหรือไม่ | Talk the News | EP.498

🔴 ด่วน..เปิดข้อมูลครั้งแรก จากปากผู้รอดชีวิต 2 รายกับความจริงภายในถ้ำ | Time to share | EP. 926
▶︎

🔴 ด่วน..เปิดข้อมูลครั้งแรก จากปากผู้รอดชีวิต 2 รายกับความจริงภายในถ้ำ | Time to share | EP. 926

ลาวซัดกลับเดือด บักบอยเขมร กล่าวหาคนลาวโง่ ปมยกย่องกู้ภัยไทย ฮีโร่ช่วย 7 ชีวิตติดถ้ำลึก
▶︎

ลาวซัดกลับเดือด บักบอยเขมร กล่าวหาคนลาวโง่ ปมยกย่องกู้ภัยไทย ฮีโร่ช่วย 7 ชีวิตติดถ้ำลึก

สดๆ คนลาวติดถ้ำ ออกมาแล้ว อีก2 เจอตำแหน่งแล้ว ถ้ำล่องแจ้ง ไชยสมบูรณ์
▶︎

สดๆ คนลาวติดถ้ำ ออกมาแล้ว อีก2 เจอตำแหน่งแล้ว ถ้ำล่องแจ้ง ไชยสมบูรณ์

ชะตา 2 ลาวติดถ้ำล่าสุด กู้ภัยไทยกลับไปลาว เอาอะไรคืน!
▶︎

ชะตา 2 ลาวติดถ้ำล่าสุด กู้ภัยไทยกลับไปลาว เอาอะไรคืน!

สภาพหน้าถ้ำลาวล่าสุดหลังทีมกู้ภัยไทยกลับ สุดอึ้ง เปิดสิ่งสุดท้ายที่ทีมกู้ภัยทำให้ลาว ก่อนเดินทางกลับ
▶︎

สภาพหน้าถ้ำลาวล่าสุดหลังทีมกู้ภัยไทยกลับ สุดอึ้ง เปิดสิ่งสุดท้ายที่ทีมกู้ภัยทำให้ลาว ก่อนเดินทางกลับ

เค เยาวราช ชี้ถ้ำเหมืองลาวโหดจริง ยากกว่าถ้ำหลวงขุนน้ำนางนอน | เรื่องร้อนอมรินทร์
▶︎

เค เยาวราช ชี้ถ้ำเหมืองลาวโหดจริง ยากกว่าถ้ำหลวงขุนน้ำนางนอน | เรื่องร้อนอมรินทร์

แฉยับ แจ้งจับกู้ภัยไทย จากผู้ร้องขอความช่วยเหลือ สู่ผู้เครมผลงาน
▶︎

แฉยับ แจ้งจับกู้ภัยไทย จากผู้ร้องขอความช่วยเหลือ สู่ผู้เครมผลงาน

5 ชีวิตติดถ้ำลาว สารภาพความจริงเข้าไปเอา "ทอง หรือ ค้างคาว? | ข่าวประเทศลาว | SpillTheTea.EP180
▶︎

5 ชีวิตติดถ้ำลาว สารภาพความจริงเข้าไปเอา "ทอง หรือ ค้างคาว? | ข่าวประเทศลาว | SpillTheTea.EP180

รู้แล้ว 2 สาเหตุสำคัญ ทำให้ช่วย 2 ลาวติดถ้ำไม่ได้! ทำโซเซียลลาวเดือดสนั่น  ล่าสุดทีมนักดำน้ำมาเลย์พู
▶︎

รู้แล้ว 2 สาเหตุสำคัญ ทำให้ช่วย 2 ลาวติดถ้ำไม่ได้! ทำโซเซียลลาวเดือดสนั่น ล่าสุดทีมนักดำน้ำมาเลย์พู

รอดชีวิตไม่ลืมพระคุณ ผู้ช่วยเหลือ ! วันนี้กลับมาโอบกอดกู้ภัยไทย และเล่าความรู้สืกนาทีที่ติดในถ้ำมืด
▶︎

รอดชีวิตไม่ลืมพระคุณ ผู้ช่วยเหลือ ! วันนี้กลับมาโอบกอดกู้ภัยไทย และเล่าความรู้สืกนาทีที่ติดในถ้ำมืด

ขนลุก!เปิดจดหมายลับ ลาวติดถ้ำโดนปิดปาก ทุนจีนเบี้ยวกดขี่ ค่าแรง | สุดสัปดาห์ เที่ยงตรง |
▶︎

ขนลุก!เปิดจดหมายลับ ลาวติดถ้ำโดนปิดปาก ทุนจีนเบี้ยวกดขี่ ค่าแรง | สุดสัปดาห์ เที่ยงตรง |

ถอนทีมด่วน! ปอนด์ถอนทีมถ้ำลาว ยังไม่บอกเหตุผล! ส่งไม้ต่อให้ทีมลาวแล้ว
▶︎

ถอนทีมด่วน! ปอนด์ถอนทีมถ้ำลาว ยังไม่บอกเหตุผล! ส่งไม้ต่อให้ทีมลาวแล้ว

#เที่ยวลาว ไปให้กำลังทีมกุ้ภัยไทย ใกลใหม?เมืองล่องแจ้ง #แขวงไชสมบูรณ์ #สปปลาว 5ชม.กับเส้นทางนี้
▶︎

#เที่ยวลาว ไปให้กำลังทีมกุ้ภัยไทย ใกลใหม?เมืองล่องแจ้ง #แขวงไชสมบูรณ์ #สปปลาว 5ชม.กับเส้นทางนี้

"ดีใจที่สุด! อ.จ เก่งกาจ บ้งกาวงศ์ เยือนล่องแจ้ง.. เกิดอะไรขึ้นบ้าง?"
▶︎

"ดีใจที่สุด! อ.จ เก่งกาจ บ้งกาวงศ์ เยือนล่องแจ้ง.. เกิดอะไรขึ้นบ้าง?"

🔴 โดนจับโป๊ะ..เข้าลาวแบบลับๆ ถูกกล่าวหาว่าเข้ามาทำภารกิจลับพิเศษ | Time to share | EP. 957
▶︎

🔴 โดนจับโป๊ะ..เข้าลาวแบบลับๆ ถูกกล่าวหาว่าเข้ามาทำภารกิจลับพิเศษ | Time to share | EP. 957

ได้รับข่าวดีแล้วเกิดอะไรขึ้นสถานการณ์หน้าถ้ำล่าสุดเจอสิ่งนี้ของกู้ภัยประเทศไทยเห็นแล้วมีเฮกันทั่ว?
▶︎

ได้รับข่าวดีแล้วเกิดอะไรขึ้นสถานการณ์หน้าถ้ำล่าสุดเจอสิ่งนี้ของกู้ภัยประเทศไทยเห็นแล้วมีเฮกันทั่ว?

ยอมรับสู้ไม่ไหว! ลาวเรียกไทยช่วย 7 ชีวิตติดถ้ำ 5 วัน "นาทีชีวิต" เริ่มแล้ว
▶︎

ยอมรับสู้ไม่ไหว! ลาวเรียกไทยช่วย 7 ชีวิตติดถ้ำ 5 วัน "นาทีชีวิต" เริ่มแล้ว

เสียงเฮลั่น กู้ภัยช่วยชาวลาวติดถ้ำออกมาได้แล้ว 5 คน เร่งค้นหาอีก 2 | 30 พ.ค. 69 | ไทยรัฐนิวส์โชว์
▶︎

เสียงเฮลั่น กู้ภัยช่วยชาวลาวติดถ้ำออกมาได้แล้ว 5 คน เร่งค้นหาอีก 2 | 30 พ.ค. 69 | ไทยรัฐนิวส์โชว์

เผยเบื้องลึก พา 7 คนลาวติดถ้ำ จนต้องเรียกทีมกู้ภัยไทย
▶︎

เผยเบื้องลึก พา 7 คนลาวติดถ้ำ จนต้องเรียกทีมกู้ภัยไทย