5 ชีวิตติดถ้ำลาว สารภาพความจริงเข้าไปเอา "ทอง หรือ ค้างคาว? | ข่าวประเทศลาว | SpillTheTea.EP180

ພວກເຮົາຍັງຄົງຕິດຕາມກັນຕໍ່ກັບ 7 ຊີວິດຕິດຖ້ຳ ຢູ່ເມືອງລ່ອງແຈ້ງ ແຂວງໄຊສົມບູນ ມື້ນີ້ພວກເຮົາມາສະຫຼຸບປະເດັນດຣາມ່າ ກັບເລື່ອງລາວທີ່ທັງ 5 ຜູ້ປະສົບໄພໄດ້ລອດຊີວິດອອກມາໄດ້ກ່ອນໜ້ານີ້ ວ່າພວກເຂົາເຂົ້າໄປໃນຖ້ຳເພື່ອໄປເອົາຫຍັງກັນແນ່ ລະຫວ່າງເຂົ້າໄປເພື່ອຫາເຈຍ ຫຼືເຂົ້າຖ້ຳເພື່ອໄປຂຸດເອົາແຮ່ຄຳ ພວກເຮົາມາຕິດຕາມເລື່ອງນີ້ໄປພ້ອມກັນ ຖ້າຈະໃຫ້ເຂົ້າໃຈເລື່ອງນີ້ດີ ພວກເຮົາຈະຕ້ອງມາເລີ່ມຕົ້ນທີ່ນາຍມຶດ ຊຶ່ງເປັນຜູ້ປະສົບໄພລາຍແຮກທີ່ອອກມາໄດ້ກ່ອນໝູ່ ເຂົາອອກມາໄດ້ໃນວັນທີ 29 ພຶດສະພາ 2026 ແລະກໍເປັນລາຍແຮກທີ່ໄດ້ໃຫ້ສຳພາດກັບສື່ຕ່າງໆ ສິ່ງທີ່ເຂົາໃຫ້ສຳພາດຕໍ່ສື່ກໍຄື ຈຸດປະສົງທີ່ເຂົາໄດ້ເຂົ້າໄປໃນຖ້ຳກໍຄືເພື່ອຂຸດເອົາແຮ່ຄຳ ແລະໃນຂະນະທີ່ຕິດຢູ່ໃນຖ້ຳ ບາງຄົນກໍໄດ້ກິນໄມ້ຮ່ອນຄຳເພື່ອປະທັງຊີວິດ ແລະການໃຫ້ສຳພາດໃນຄັ້ງນີ້ເອງ ເຮັດໃຫ້ທຸກຄົນຮູ້ວ່າ ທັງໝົດທີ່ເຂົ້າໄປໃນຖ້ຳນັ້ນ ເພື່ອຕ້ອງການທີ່ຈະໄປຂຸດເອົາແຮ່ຄຳ ພໍຜ່ານໄປບໍ່ຮອດມື້ກໍຄືວັນທີ 30 ພຶດສະພາ 2026 ຜູ້ປະສົບໄພທັງ 4 ທີ່ຕິດຢູ່ກັບນາຍມຶດກ່ອນໜ້ານັ້ນ ກໍໄດ້ອອກມາຕາມທີ່ເປັນຂ່າວ ແລະເມື່ອທັງ 4 ຜູ້ປະສົບໄພອອກມາແລະໄດ້ທຳການປົກປັກຮັກສາປິ່ນປົວເພື່ອໃຫ້ພວກເຂົາມີຮ່າງກາຍທີ່ແຂງແຮງຂຶ້ນ ພໍຜູ້ປະສົບໄພທັງ 4 ມີອາການດີຂຶ້ນ ກໍໄດ້ມີສຳນັກຂ່າວຈາກທາງການເຂົ້າໄປສຳພາດຜູ້ປະສົບໄພທັງ 4 ຄົນໂດຍທັນທີ ແຕ່ເມື່ອສຳນັກຂ່າວຈາກທາງການເຂົ້າໄປສຳພາດພວກເຂົາ ພວກເຂົາກັບມີຄວາມເຫັນຕ່າງຈາກນາຍມຶດທີ່ໄດ້ອອກມາເປັນຄົນທຳອິດ ພວກເຂົາທັງ 4 ໃຫ້ສຳພາດໄປໃນທິດທາງດຽວກັນວ່າພວກເຂົາໄດ້ເຂົ້າຖ້ຳເພື່ອໄປຫາເຈຍ ຕາມວິຖີຊີວິດປະຈຳວັນຂອງພວກເຂົາ ບໍ່ໄດ້ໄປຫາແຮ່ຄຳແຕ່ຢ່າງໃດ ຊຶ່ງຄຳເວົ້ານີ້ເອງມັນຂັດກັບນາຍມຶດທີ່ໄດ້ອອກມາເປັນລາຍແຮກແລະໃຫ້ສຳພາດວ່າທັງ ໝົດເຂົ້າໄປເພື່ອຫາແຮ່ຄຳ ຈຶ່ງເຮັດໃຫ້ເກີດມີກະແສດຣາມ່ານີ້ເກີດຂຶ້ນວ່າ ທາງການໄດ້ໄປບັງຄັບພວກເຂົາທັງ 4 ຄົນຫຼືບໍ່ ເພື່ອບໍ່ໃຫ້ພວກເຂົາເປີດປາກເຖິງການໄປຂຸດເອົາແຮ່ຄຳພາຍໃນຖ້ຳ ຈຶ່ງເກີດມີກະແສຖົກຖຽງກັນຢ່າງຄຶກໂຄມວ່າ ທັງ 4 ຄົນນີ້ຕ້ອງຖືກເຈົ້າໜ້າທີ່ທາງການລາວ ບັງຄັບບໍ່ໃຫ້ເວົ້າເຖິງເລື່ອງແຮ່ຄຳທີ່ຢູ່ພາຍໃນຖ້ຳ. ເຫດນີ້ເອງຫຼ້າສຸດມື້ນີ້ ວັນທີ 1 ມິຖຸນາ 2026 ທັງ 5 ຄົນຈຶ່ງພ້ອມໃຈ ກັນອອກມາແກ້ຂ່າວດ້ວຍຕົວເອງວ່າ ພວກເຂົາເຂົ້າໄປໃນຖ້ຳເພື່ອຫຍັງກັນແນ່ ເພື່ອບໍ່ໃຫ້ເປັນທີ່ຖົກ ຖຽງ ວິພາກວິຈານກັນ ໄປຕ່າງໆນາໆແລະເພື່ອບໍ່ໃຫ້ກະທົບເຖິງຝ່າຍໃດຝ່າຍໜຶ່ງ ແລະນີ້ຄືຄວາມຈິງຂໍ້ເທັດຈິງທັງໝົດຈາກປາກພວກ ເຂົາເອງ ເດືອນພວກເຮົາມາສະຫຼຸບຄວາມຈິງກັນ ໂດຍເລື່ອງທຳອິດຄືເລື່ອງທີ່ວ່າພວກເຂົາເຂົ້າໄປໃນຖ້ຳເພື່ອຫຍັງ ພວກເຂົາບອກວ່າ ທີແຮກກໍເຂົ້າໄປໃນຖ້ຳເພື່ອໄປຫາເຈຍຕາມວິຖີຊີວິດປະຈຳວັນຂອງພວກເຂົາ ແຕ່ເມື່ອເຂົ້າໄປແລ້ວກັບພົບວ່າໃນຖ້ຳນັ້ນມີແຮ່ຄຳ ຈຶ່ງເກີດມີແນວຄິດແບບໃໝ່ກໍຄື ຕອນແຮກເຂົ້າໄປຫາເຈຍ ແຕ່ໃນຄັ້ງນັ້ນພວກເຂົາທັງໝົດຕັ້ງໃຈໄປຫາແຮ່ຄຳ ແຕ່ບັງເອີນໃນມື້ນັ້ນເຫດການບໍ່ຄາດຄິດກໍຄືຝົນຕົກໜັກ ເຮັດໃຫ້ນ້ຳທະລັກເຂົ້າໄປພາຍ ໃນຖ້ຳເລີຍກັບອອກມາບໍ່ໄດ້ ຈຶ່ງເປັນເຫດໃຫ້ພວກເຂົາຕິດຢູ່ໃນນັ້ນ ແລະພວກເຂົາຍັງບອກວ່າ ທີ່ອອກມາໄດ້ກໍບໍ່ໄດ້ເອົາຫຍັງຕິດຕົວອອກມາສັກຢ່າງ ພຽງແຕ່ລອດຊີວິດອອກມາປອດໄພກໍດີແລ້ວ ສ່ວນເລື່ອງທີສອງທີ່ວ່າພວກເຂົາໄດ້ກິນຖາດຮ່ອນຄຳຈິງໄໝ ພວກເຂົາກໍຕອບວ່າ ກິນຈິງແຕ່ບໍ່ໄດ້ກິນໄປຫຼາຍ ທີແຮກກໍກິນໄປພຽງແຕ່ທໍ່ຫົວແມ່ມື ແຕ່ແລ້ວເຫັນວ່າມັນກິນບໍ່ໄດ້ກໍເລີຍບໍ່ໄດ້ກິນຕໍ່ ແລະເລື່ອງທີສາມທີ່ມີກະແສຂ່າວວ່າມີນາຍທຶນຈ້າງພວກເຂົາເຂົ້າໄປຂຸດແຮ່ຄຳຈິງໄໝ ພວກເຂົາກໍຕອບວ່າເລື່ອງນີ້ບໍ່ມີມູນຄວາມຈິງ ບໍ່ມີໃຜຈ້າງພວກເຂົາເຂົ້າ ໄປ ພວກເຂົາແຄ່ເຂົ້າໄປຕາມວິຖີຊີວິດຂອງຊາວບ້ານຄົນໜຶ່ງ ເພື່ອຫາລ້ຽງຊີບເບິ່ງແຍງຄອບຄົວພຽງເທົ່ານັ້ນ ເຫັນຄົນອື່ນມີພວກຕົນກໍຢາກໄດ້ຢາກມີຄືກັນກັບພວກເຂົາ ກໍເລີຍເຂົ້າໄປຫາແຮ່ຄຳຕາມວິຖີຂອງຕົນເອງ ແຕ່ກໍໂຊກຮ້າຍຢ່າງທີ່ເຫັນ ບໍ່ມີໃຜຈ້າງວານແຕ່ຢ່າງໃດ ແລະພວກເຂົາທັງໝົດຍັງໄດ້ກ່າວຂໍໂທດກັບຄຳເວົ້າທີ່ໃຫ້ສຳພາດກ່ອນໜ້ານີ້ ເພາະຕອນນັ້ນພວກເຂົາເພິ່ງອອກມາຈາກຖ້ຳຍັງບໍ່ມີສະຕິສຳປະຊັນຍະດີ ພໍໂດນນັກຂ່າວລຸມເຂົ້າມາຖາມຄຳຖາມຈຶ່ງຕອບໄປແບບບໍ່ໄດ້ໄຕຶ່ຕອງໃຫ້ດີ ແລະພວກເຂົາຍັງຝາກຂໍຂອບໃຈທຸກຄົນທີ່ມາໃຫ້ການຊ່ວຍເຫຼືອພວກເຂົາ ນັບຕັ້ງແຕ່ຊາວບ້ານ ທະຫານ ຕຳຫຼວດ ແພດສະໜາມ ທີມກູ້ໄພຈາກປະເທດໄທ ຫຼືແ d້ແຕ່ຜູ້ຊ່ຽວຊານຈາກຕ່າງປະເທດ ຫາກບໍ່ມີພວກເຂົາເຫຼົ່ານີ້ ພວກເຂົາທັງ 5 ຄົນກໍຄົງບໍ່ໄດ້ມານັ່ງຢູ່ໝ່ອງນີ້ ຕ້ອງຂໍຂອບໃຈຈາກໃຈຈິງ ແລະນັ້ນກໍຄືສິ່ງທີ່ພວກເຂົາໄດ້ອອກມາແກ້ຂ່າວໃຫ້ທຸກຄົນໄດ້ເຊົາກັງຂາແລະຫາຍສົງໄສກັນແລ້ວວ່າພວກເຂົາທັງໝົດເຂົ້າໄປໃນຖ້ຳເພື່ອຫຍັງ ຫວັງວ່າທຸກຄົນຄົງໄດ້ຄຳຕອບກັນແລ້ວ ຕອນນີ້ພວກເຮົາມາເອົາໃຈຊ່ວຍທີມງານກູ້ ໄພທຸກຄົນທີ່ຢູ່ໜ້າຖ້ຳກັນດີກວ່າ ເພາະວ່າຍັງອີກ 2 ຊີວິດທີ່ຍັງຫາບໍ່ເຫັນ ບໍ່ຮູ້ວ່າພວກເຂົາທັງສອງເປັນແນວໃດແດ່ ກໍຂໍສົ່ງກຳລັງໃຈໃຫ້ທີມງານກູ້ໄພທຸກຄົນປະຕິບັດໜ້າທີ່ຢ່າງປອດໄພ ຂໍໃຫ້ພົບຜູ້ປະສົບໄພອີກ 2 ທ່ານ ໃນໄວວັນນີ້ດ້ວຍເທີ້ນ. #ข่าวประเทศลาว #ເວົ້າໃຫ້ຟັງ #SpillTheTea #ลาว #Laos #การเมืองลาว #สปปลาว #ประเทศลาว #ข่าวสปปลาว #LaoNews

🔴 เก่งกาจโผล่มาที่ลาว พร้อมเข้าปกป้องลูกศิษย์คนสนิท | Time to share | EP. 956
▶︎

🔴 เก่งกาจโผล่มาที่ลาว พร้อมเข้าปกป้องลูกศิษย์คนสนิท | Time to share | EP. 956

ด่วน มีข่าวดีอีกแล้ว เจออีกแล้ว 2 คนสุดท้ายรวมทั้งหมดเป็น 7 คน กู้ภัยไทยและต่างประเทศเก่งมาก
▶︎

ด่วน มีข่าวดีอีกแล้ว เจออีกแล้ว 2 คนสุดท้ายรวมทั้งหมดเป็น 7 คน กู้ภัยไทยและต่างประเทศเก่งมาก

🚨 นาทีเคาะสัญญาณ! มีเสียงตอบกลับในถ้ำ ใช่ 2 ชีวิตหรือไม่ | Talk the News | EP.498
▶︎

🚨 นาทีเคาะสัญญาณ! มีเสียงตอบกลับในถ้ำ ใช่ 2 ชีวิตหรือไม่ | Talk the News | EP.498

🔴 ยอมรับ...ทีมนี้เขาสุดจริงๆ ทิ้งความสบาย ลงพื้นที่ลุยช่วยคนลาวอีกราย | Time to share | EP. 947
▶︎

🔴 ยอมรับ...ทีมนี้เขาสุดจริงๆ ทิ้งความสบาย ลงพื้นที่ลุยช่วยคนลาวอีกราย | Time to share | EP. 947

🔥 เหตุผลจริง! กู้ภัยไทยช่วย 2 ชีวิตในถ้ำลาวไม่ได้ 🇹🇭🇱🇦
▶︎

🔥 เหตุผลจริง! กู้ภัยไทยช่วย 2 ชีวิตในถ้ำลาวไม่ได้ 🇹🇭🇱🇦

#เที่ยวลาว#บรรยากาศการเดินทาง เมืองเซโปน #แขวงสะหวันนะเขต #สปปลาว แวะเยี่ยม นางไช ให้กำลังใจเด็กๆ
▶︎

#เที่ยวลาว#บรรยากาศการเดินทาง เมืองเซโปน #แขวงสะหวันนะเขต #สปปลาว แวะเยี่ยม นางไช ให้กำลังใจเด็กๆ

ถอนทีมด่วน! ปอนด์ถอนทีมถ้ำลาว ยังไม่บอกเหตุผล! ส่งไม้ต่อให้ทีมลาวแล้ว
▶︎

ถอนทีมด่วน! ปอนด์ถอนทีมถ้ำลาว ยังไม่บอกเหตุผล! ส่งไม้ต่อให้ทีมลาวแล้ว

🔥กู้ภัยไทยเผย! สิ่งลี้ลับถ้ำลาว  2 ชีวิตยังติดในถ้ำ 🇹🇭🇱🇦
▶︎

🔥กู้ภัยไทยเผย! สิ่งลี้ลับถ้ำลาว 2 ชีวิตยังติดในถ้ำ 🇹🇭🇱🇦

#เที่ยวลาว #บรรยากาศการเดินทาง กลับจาก#แขวงไชสมบูรณ์ ไปหลักชาว#แขวงบริคำไช วนกลับเข้าไทย #สปปลาว
▶︎

#เที่ยวลาว #บรรยากาศการเดินทาง กลับจาก#แขวงไชสมบูรณ์ ไปหลักชาว#แขวงบริคำไช วนกลับเข้าไทย #สปปลาว

ทีมมาเลย์พูดแล้ว!ลาวเดือด รู้แล้วอึ้ง!กู้ภัยใช้เงินจากไหน | สุดสัปดาห์ เที่ยงตรง |
▶︎

ทีมมาเลย์พูดแล้ว!ลาวเดือด รู้แล้วอึ้ง!กู้ภัยใช้เงินจากไหน | สุดสัปดาห์ เที่ยงตรง |

รู้แล้ว 2 สาเหตุสำคัญ ทำให้ช่วย 2 ลาวติดถ้ำไม่ได้! ทำโซเซียลลาวเดือดสนั่น  ล่าสุดทีมนักดำน้ำมาเลย์พู
▶︎

รู้แล้ว 2 สาเหตุสำคัญ ทำให้ช่วย 2 ลาวติดถ้ำไม่ได้! ทำโซเซียลลาวเดือดสนั่น ล่าสุดทีมนักดำน้ำมาเลย์พู

เสียงเคาะหิน! จาก 2 ชีวิตก้นถ้ำลาว ปลุกความหวัง เสี่ยงตายทะลวงถ้ำกับภารกิจสูบน้ำแข่งกับฝน
▶︎

เสียงเคาะหิน! จาก 2 ชีวิตก้นถ้ำลาว ปลุกความหวัง เสี่ยงตายทะลวงถ้ำกับภารกิจสูบน้ำแข่งกับฝน

งานเข้า "ฟารีดา" พ่อติณติณจ่อฟ้อง แม่ถามคำเดียวสะดุ้งทั้งวง หลังรู้ท้อง 5 เดือน?|Update-41-GT
▶︎

งานเข้า "ฟารีดา" พ่อติณติณจ่อฟ้อง แม่ถามคำเดียวสะดุ้งทั้งวง หลังรู้ท้อง 5 เดือน?|Update-41-GT

เกาะติด! ค้นหา 7 ชีวิตติดถ้ำลึกที่ลาว ล่าสุดเข้าสู่วันที่ 6 | ข่าวประเทศลาว | SpillTheTea.EP172
▶︎

เกาะติด! ค้นหา 7 ชีวิตติดถ้ำลึกที่ลาว ล่าสุดเข้าสู่วันที่ 6 | ข่าวประเทศลาว | SpillTheTea.EP172

🔥 คำเตือน! ก่อนเกิดเหตุในถ้ำลาว กู้ภัยไทยเกือบไม่รอด
▶︎

🔥 คำเตือน! ก่อนเกิดเหตุในถ้ำลาว กู้ภัยไทยเกือบไม่รอด

🚨กู้ภัยยัน "วันนี้ต้องจบ" ลุยดับเครื่องชน ปิดภารกิจถ้ำวันนี้! | Talk the News | EP.500
▶︎

🚨กู้ภัยยัน "วันนี้ต้องจบ" ลุยดับเครื่องชน ปิดภารกิจถ้ำวันนี้! | Talk the News | EP.500

แฉยับ แจ้งจับกู้ภัยไทย จากผู้ร้องขอความช่วยเหลือ สู่ผู้เครมผลงาน
▶︎

แฉยับ แจ้งจับกู้ภัยไทย จากผู้ร้องขอความช่วยเหลือ สู่ผู้เครมผลงาน

กู้ภัยไทยงัดหลักฐานCCTV กู้ภัยลาวดิ้นพล่านขู่ปิดปาก | สุดสัปดาห์ เที่ยงตรง |
▶︎

กู้ภัยไทยงัดหลักฐานCCTV กู้ภัยลาวดิ้นพล่านขู่ปิดปาก | สุดสัปดาห์ เที่ยงตรง |

ยอมทิ้งตั๋วบิน! ขอฮึดสู้ต่อ มิกโก ไม่ทิ้งกู้ภัยไทย ลุยช่วย 2 ชีวิตติดถ้ำลาว วันนี้ทุ่มหมดหน้าตัก
▶︎

ยอมทิ้งตั๋วบิน! ขอฮึดสู้ต่อ มิกโก ไม่ทิ้งกู้ภัยไทย ลุยช่วย 2 ชีวิตติดถ้ำลาว วันนี้ทุ่มหมดหน้าตัก

ได้ยินเสียงเคาะตอบ! สัญญาณชีพ 2 ชีวิตติดถ้ำลาว ลึก 70 เมตร คนรอดรู้สึกผิด ขอโทษคนทั้งโลก
▶︎

ได้ยินเสียงเคาะตอบ! สัญญาณชีพ 2 ชีวิตติดถ้ำลาว ลึก 70 เมตร คนรอดรู้สึกผิด ขอโทษคนทั้งโลก