ພາກ I.EP.03 - ອ້າຍຄົນເກັ່ງຂອງຂ້ອຍ - My smart brother
ພາກ I.EP.03 - ອ້າຍຄົນເກັ່ງຂອງຂ້ອຍ - My smart brother ---------------------------------------- ລາຍການໂທລະພາບ ສຳລັບການພັດທະນາເດັກກ່ອນໄວຮຽນ ຊຸດໃຫມ່ ແມ່ນມີທັງໝົດ 10 ຕອນ ສືບເນື່ອງຈາກຄວາມາສຳເລັດ ຂອງລາຍການໂທລະພາບ ສຳລັບເດັກກ່ອນໄວຮຽນ ບ້ານຂອງຂ້ອຍ ແລະ ຈະໄດ້ອອກອາກາດທາງ, ໂທລະພາບແຫ່ງຊາດລາວ, ໂທລະພາບລາວສະຕາ ແລະ ສະຖານີໂທລະພາບ ຂອງກະຊວງສຶກສາທິການ ແລະ ກິລາ ຊ່ອງ 8 ຂອງສັນຍານດາວທຽມ ລາວເແຊັດ (LaoSat Channel 8) ແລະ ໂທລະພາບແຂວງຕ່າງໆ. ລາຍການໂທລະພາບ ສໍາລັບເດັກກ່ອນໄວຮຽນ ຊຸດນີ້ ແມ່ນໄດ້ຮັບການສະຫນັບສະຫນູນ ຈາກລັດຖະບານຍີ່ປຸ່ນ ເພື່ອຕອບໂຕ້ກັບການລະບາດພະຍາດໂຄວິດ-19. ລາຍການນີ້ ຍັງຈະໄດ້ເຜີຍແຜ່ໃນ ສື່ສັງຄົມອອນລາຍ ແລະ ຢູທູບ ອີກດ້ວຍ. ຕົວລະຄອນເອກ ຂອງລາຍການໂທລະພາບ ສຳລັບເດັກກ່ອນໄວຮຽນ ທີ່ຜະລິດໂດຍຄົນລາວເອງ ໃນ ສປປ ລາວ, ແມ່ນປະກອບດ້ວຍ ທ້າວຄໍາຮູ້ ອາຍຸ 8 ປີ (ອ້າຍ) ທີ່ຮຽນຢູ່ຊັ້ນປະຖົມ, ແລະ ນາງຄໍາຫລ້າ ອາຍຸ 5 ປີ (ນ້ອງ) ທີ່ຢູ່ຫ້ອງກຽມປະຖົມ, ທ້າວຄໍາເຫຼັກ ອາຍຸ 27 ປີ (ພໍ່), ນາງຄໍາຮັກ ອາຍຸ 27 ປີ (ແມ່) ແລະ ນາງ ຄໍາດີ ອາຍຸ 50 ປີ (ແມ່ເຖົ້າ). ນອກຈາກນີ້ ຍັງມີຕົວລະກອບປະກອບກໍຄື ພໍ່ແມ່ ແລະ ແມ່ເຖົ້າ. ເພງປະກອບ ແລະ ເນື້ອໃນຂອງເລື່ອງ ແມ່ນຍັງເປັນແບບລາວພື້ນບ້ານອີກດ້ວຍ. ໂຄງການນີ້ ແມ່ນໄດ້ລວບລວມເອົາ ບັນດານັກສິນລະປິນລາວ ທີ່ມີພອນສະຫວັນ ທີ່ພ້ອມເປີດໃຈຮັບເອົາສິ່ງໃຫມ່ໆ ແລະ ມີແນວຄິດສ້າງສັນ ແລະ ຍັງໄດ້ສ້າງຄວາມສາມາດໃຫ້ແກ່ໄວໜຸ່ມທີ່ມີສ່ວນຮ່ວມອີກດ້ວຍ. ລາຍການໂທລະພາບ ສຳລັບເດັກກ່ອນໄວຮຽນ ເຮືອນຂອງຂ້ອຍ, ຍັງໄດ້ປະກອບສ່ວນເຂົ້າໃນການພັດທະນາ ດ້ານຮ່າງກາຍ, ຄວາມຮູ້ຄວາມເຂົ້າໃຈດ້ານສັງຄົມ ແລະ ອາລົມຂອງເດັກ, ລວມທັງວິທີແກ້ໄຂບັນຫາ, ການຮັບມືກັບສະຖານະການຫຍຸ້ງຍາກ, ຄວາມສາມາດ ໃນການເຮັດວຽກຮ່ວມກັບຄົນອື່ນ, ຈິນຕະນາການ, ຄວາມຮັບຜິດຊອບ ແລະ ການຄວບຄຸມອາລົມ. ສິ່ງທີ່ສຳຄັນທີ່ສຸດແມ່ນ ເດັກຈະຮຽນທັກສະທຸກຢ່າງ ໃນເວລາເຂົາເຈົ້າມ່ວນຊື່ນໄປກັບການຫລິ້ນ. -------------- This new TV series consisting of ten episodes builds upon the success of My Village, ECD TV, and will be broadcast through Lao Star channel, the MoES TV Channel – ESTV on LaoSat Channel 8, the Lao National Television and provincial televisions. The episodes, produced with the support of the Government of Japan as part of the COVID-19 response, will also be disseminated on social media and YouTube. Entirely produced in Lao PDR, the TV series features Lao characters – Khamhou, an 8-year-old boy who is in primary, Khamla, a 5-year-old girl in pre-school who plays the role of the youngest sister, Mr. Khamlek, 27-year-old father, Mrs. Khamhak, 27-year-old mother, and Mrs. Khamdee, a 50-year-old grand-mother. The music and story context are also typically Lao. This project has brought together some of the most talented, open-minded and creative local media and has engaged young people, building their capacity. My House will also contribute to the development of the physical, cognitive, social and emotional development of children including problem solving, coping with difficult circumstances, ability to work with others, imagination, responsibility and dealing with emotions. Very importantly, children will learn all these skills while having fun.

ພາກ I.EP.04 - ດອກໄມ້ໃນສວນ - My flower garden

ພາກ I.EP.09 - ສັດລ້ຽງຂອງຂ້ອຍ - My Pets

Roma Diana and their sweetest stories for children

ມ່ວນຊື່ນກັບເລື່ອງເລົ່າ - First Day at school “ມື້ເຂົ້າຮຽນໃໝ່ຂອງເດັກນ້ອຍຂັ້ນ ປ.1”

Vlad và Niki Nấu ăn chơi cùng mẹ - Truyện vui thiếu nhi

ພາກ II.EP10 - ແມ່ນຫຍັງຄືກັບໝາກຄອນ - What is "Mak Khone"?

ພາກ II.EP08 - ທາງໄປໂຮງຮຽນ - The Way Go To School

ກະຕູນດິນປັ້ນ - First Day at school “ມື້ເຂົ້າຮຽນໃໝ່ຂອງເດັກນ້ອຍຂັ້ນ ປ.1”

Bebé Mono Bon Bon Va De Compras y Come Fideos Con Huevos Fritos - MONO BONBON ESP

Mighty Little Bheem FULL EPISODES 9-12 💪 Season 1 Compilation 💪 Netflix Jr

ພາກ I.EP.02 - ມື້ໜຶ່ງຂອງຄອບຄົວ - One day of the family

รวมคลิป EP.1 ของเล่นเด็กอนุบาล | บริ้งค์ไบรท์

ກະຕູນດິນປັ້ນ - On the way to school “ ທາງໄປໂຮງຮຽນ”

Rich Princess vs Poor Princess 👑💸 | Cardboard Palace Surprise!

Mighty Little Bheem FULL EPISODES 1-4 💪 Season 1 Compilation 💪 Netflix Jr

Let's Brush Our Teeth Together | Funny Nursery Rhymes
![NHỮNG CUỘC PHIÊU LƯU HÀI HƯỚC NHẤT CỦA SHAUN 🐑😂🥳 | Shaun the Sheep [ViệtNam]](https://i.ytimg.com/vi/F0Gjyi4HmNs/hqdefault.jpg?sqp=-oaymwEjCNACELwBSFryq4qpAxUIARUAAAAAGAElAADIQj0AgKJDeAE=&rs=AOn4CLAa6IXmFnt_0HUdgTQnyP2YrOQ6sA)
NHỮNG CUỘC PHIÊU LƯU HÀI HƯỚC NHẤT CỦA SHAUN 🐑😂🥳 | Shaun the Sheep [ViệtNam]

ພາກ I.EP.08 - ຄຳສອນຂອງແມ່ເຖົ້າ - What grandma taught us

มาช่ากับหมีเพื่อนรัก 🎁🌟 ที่สุดของเดือนนี้ 😊 ชุดตอนต่าง ๆ

