กู้ภัยไทย-งอแงเองหรือเปล่า? หากฟังจากคำแถลงการณ์ของกู้ภัยลาว | ข่าวประเทศลาว | VaoHaiFung.EP195
ປະເດັນທຳອິດ ກ່ຽວກັບພາລະກິດ 7 ຊີວິດ ໃນຖ້ຳລອງແຈ້ງ, ພາຍຫຼັງທີ່ທາງສະມາຄົມໄດ້ຮັບເອກະສານສະເໜີຈາກເມືອງລອງແຈ້ງ ທາງສະມາຄົມກໍບໍ່ໄດ້ນິ່ງນອນໃຈ ໄດ້ມີການຄົ້ນຄວ້າ, ປຶກສາຫາລື ເພື່ອຫາອຸປະກອນໄປຊ່ວຍເຫຼືອ ໂດຍມີການຮ່ວມມືພາຍໃນສະມາຄົມກັບສະມາຄົມ ແລະ ມູນນິທິພາຍໃນລາວ. ພາຍຫຼັງຄົ້ນຄວ້າ ພວກເຮົາຈຶ່ງພົບວ່າ ພວກພວກເຮົາຍັງຕ້ອງການກຳລັງວິຊາສະເພາະ ກໍຄືທີມຄົ້ນຫາພາຍໃນຖ້ຳ ຊຶ່ງພວກເຮົາແມ່ນຍັງບໍ່ທັນມີ, ເລີຍໂທໄປຂໍທິດຊີ້ນຳຈາກຫ້ອງວ່າການເມືອງ ວ່າສະມາຄົມຈະໄດ້ເຊີນທີມກູ້ໄພຈາກຕ່າງປະເທດເຂົ້າມາ. ສະມາຄົມຈຶ່ງໄດ້ເຮັດໜັງສືເຊີນ ຫາທີມກູ້ໄພຮ່ວມອຸດົມການຈາກປະເທດເພື່ອນບ້ານ ກໍຄືປະເທດໄທ ຕາມເອກະສານເຊີນ ແລະ ເອກະສານຕອບຮັບໃນເວລາຕໍ່ມາ, ແລະ ໄດ້ສົ່ງເອກະສານເຊີນສະບັບທີ 2 ໃຫ້ທາງເມືອງລອງແຈ້ງ ພ້ອມທັງແຈ້ງຈຳນວນຄົນ ແລະ ອຸປະກອນທີ່ຈະເຂົ້າໄປຊ່ວຍເຫຼືອ. ໂດຍເດີນທາງໃນວັນທີ 23 ພຶດສະພາ 2569 ມີໜ່ວຍກູ້ໄພທີມ 1 ຕັດສິນໃຈອອກເດີນທາງກ່ອນ ໂດຍສະມາຄົມຈະໃຫ້ງົບປະມານໃນການຈັດຊື້ອາຫານ ແລະ ຂອງໃຊ້ເພື່ອຕຽມການໄວ້ກ່ອນ, ແລ້ວທີມ 2 ກໍຈະອອກເດີນທາງພ້ອມກັບອາສາກູ້ໄພໄທ ໃນວັນທີ 24 ພຶດສະພາ 2569 ອີກຮອບ. ຫຼັງຈາກຮອດໜ້າວຽກ ພວກເຮົາກໍໄດ້ຮ່ວມປະຊຸມແຜນການ, ຮັບຟັງທິດຊີ້ນຳຈາກການນຳຂັ້ນເມືອງ ພ້ອມເອົາໄປປະຕິບັດຕາມໜ້າທີ່ທີ່ໄດ້ຮັບມອບໝາຍ, ຊຶ່ງໜ້າທີ່ຂອງຂ້າພເຈົ້າ ແລະ ອາສານັ້ນ ກໍຄືການຊ່ວຍເຫຼືອວຽກງານຕ່າງໆ ຕາມທີ່ການນຳຂັ້ນເມືອງມອບໝາຍໃຫ້ໃນແຕ່ລະວັນ ຊຶ່ງບໍ່ໄດ້ຢູ່ໃນທີມຄົ້ນຫາພາຍໃນຖ້ຳ ເພາະພວກເຮົາບໍ່ມີປະສົບການໃນດ້ານນີ້. ເຖິງຢ່າງໃດກໍຕາມ ທີມອາສາຂອງພວກເຮົາກໍໄດ້ຊ່ວຍເຫຼືອວຽກງານຕ່າງໆ ບໍ່ວ່າຈະເປັນການເດີນປ່າ, ຫາຮູເຂົ້າຖ້ຳ ແລະ ຊ່ວຍສະໜັບສະໜູນທີມຕ່າງໆ ຈົນມາຮອດວັນທີ 2 ມິຖຸນາ 2569 ຈຶ່ງໄດ້ຂອກຳລັງສະໜັບສະໜູນຈາກໜ່ວຍກູ້ໄພຈິງໃຈ ຊຶ່ງເປັນອີກໜຶ່ງໜ່ວຍກູ້ໄພທີ່ຂຶ້ນກັບສະມາຄົມຂອງພວກເຮົາ ເພື່ອມາຊ່ວຍເຫຼືອອີກແຮງໜຶ່ງ. ພາຍຫຼັງທີ່ສຳເລັດພາລະກິດ ກໍໄດ້ມີສຽງວິພາກວິຈານຈາກສັງຄົມ ດັ່ງທີ່ເປັນກະແສວ່າ ທີມກູ້ໄພຂອງພວກເຮົາມີການກີດກັ້ນບໍ່ໃຫ້ຄົນອື່ນເຂົ້າໃນພື້ນທີ່ຕ່າງໆ, ຂ້າພເຈົ້າຂໍຕອບເລີຍວ່າ ຂໍ້ມູນນີ້ແມ່ນບໍ່ມີຂໍ້ເທັດຈິງ. ການກີດກັ້ນ ຫຼື ການບໍ່ໃຫ້ກູ້ໄພຕ່າງໆ ເຂົ້າມາໃນພື້ນທີ່ນັ້ນ ຂ້າພເຈົ້າບໍ່ໄດ້ມີສິດ ແລະ ອຳນາດໃນການສັ່ງຫ້າມຢູ່ແລ້ວ ເພາະການເຮັດວຽກແຕ່ລະຢ່າງຂອງພວກເຮົາ ຕ້ອງໄດ້ຂໍທິດຊີ້ນຳຈາກຂັ້ນເມືອງກ່ອນປະຕິບັດງານ ເພື່ອຄວາມປອດໄພ. ສ່ວນປະເດັນທີ່ມີການແຈ້ງຈັບທີມກູ້ໄພນັ້ນ ສ່ວນນີ້ກໍບໍ່ມີຂໍ້ເທັດຈິງ ແລະ ກໍບໍ່ມີເຫດການດັ່ງກ່າວເກີດຂຶ້ນຈິງ, ຖ້າຫາກວ່າມີເຫດການດັ່ງກ່າວເກີດຂຶ້ນຈິງ ມີການຫາເລື່ອງຜິດຖຽງຕີກັນນັ້ນ ຂ້າພເຈົ້າກໍຄົງບໍ່ໄດ້ມານັ່ງເວົ້າແບບນີ້ ເພາະກຳລັງປ້ອງກັນຄວາມສະຫງົບກໍຄົງບໍ່ປ່ອຍຜ່ານ ຖ້າຫາກມີເຫດການກໍ່ຄວາມບໍ່ສະຫງົບໃນພື້ນທີ່. ສ່ວນປະເດັນທີ່ວ່າ ເຄຼມຜົນງານຂອງຄົນອື່ນມາລົງເປັນຜົນງານຂອງຕົນເອງ, ຊຶ່ງຄລິບແຕ່ລະຄລິບ ຂ້າພເຈົ້າເປັນຄົນຖ່າຍດ້ວຍຕົນເອງ ບໍ່ວ່າຈະເປັນການປະຊຸມ, ການເຮັດວຽກ, ການລາຍງານຂ່າວຕ່າງໆ ກໍຄືພວກເຮົາໄດ້ຖ່າຍ ແລະ ເກັບກຳຂໍ້ມູນ, ຂຽນຂ່າວທັງໝົດລົງດ້ວຍຕົນເອງ ລວມທັງແຜນງານໃນແຕ່ລະວັນ ພວກເຮົາກໍໄດ້ຮ່ວມປະຊຸມກັບການນຳຂັ້ນເມືອງ ເພື່ອໃຫ້ຮັບຮູ້ໜ້າວຽກຂອງຕົນເອງໃນແຕ່ລະວັນ. ສ່ວນປະເດັນການຫຼິ້ນເກມນັ້ນ ໃນເວລານັ້ນຂ້າພເຈົ້າບໍ່ໄດ້ມີໜ້າວຽກຕ້ອງເຮັດ ຊຶ່ງກໍເປັນເວລາພັກຜ່ອນ ເລີຍໄດ້ຫຼິ້ນເກມຜ່ອນຄາຍຕາມທີ່ເຫັນໃນຄລິບ ເຫດການໜ້າຖ້ຳເວລານັ້ນກໍເປັນປົກກະຕິຕາມໃນຄລິບ. ສ່ວນທີ່ມີສະພາບທີ່ຈະຕ້ອງສົ່ງຄົນເຈັບຂຶ້ນຮໍ (ເຮືອບິນຮີລີກົບເຕີ) ນັ້ນ ແມ່ນເປັນວັນຖັດໄປ, ຂ້າພເຈົ້າໄດ້ຈັບໂທລະສັບຖ່າຍຮູບຈິງ ເພື່ອໂທຫາການນຳ ແລ້ວກໍແຈ້ງເຫດທີ່ເກີດຂຶ້ນ ເພື່ອໃຫ້ກຽມຄວາມພ້ອມໃນການຮັບມື ເພື່ອໃຫ້ສົ່ງກຳລັງລຳເລີງຂົນສົ່ງຕ່າງໆ ໃນການເຄື່ອນຍ້າຍຜູ້ປະສົບໄພໄປສົ່ງທີ່ໂຮງໝໍ ຂໍ້ມູນນີ້ພວກເຮົາມີຫຼັກຖານໃນການປະສານງານ ຊຶ່ງເປັນໜ້າທີ່ຂອງຂ້າພເຈົ້າທີ່ຕ້ອງປະສານງານ ແລະ ລາຍງານເຫດການລົງໃນກຸ່ມວຽກ. ສ່ວນປະເດັນເລື່ອງໃບຍ້ອງຍໍນັ້ນ ຂ້າພເຈົ້າບໍ່ໄດ້ຮັບຮູ້ວ່າຂັ້ນເມືອງຈະມີການຍ້ອງຍໍຂັ້ນໃດແດ່ ເພາະຂັ້ນເມືອງໄດ້ອີງຕາມຜົນງານ ຊຶ່ງພວກເຮົາອາດຈະເຮັດວຽກຄົນລະໜ້າທີ່ກັນ ຈຶ່ງເກີດມີຫາງສຽງວ່າ ຂ້າພເຈົ້າບໍ່ເຮັດວຽກແຕ່ກັບໄດ້ຜົນງານ ສ່ວນຜູ້ທີ່ເຮັດວຽກກັບບໍ່ໄດ້, ເລື່ອງນີ້ບໍ່ໄດ້ເປັນຍ້ອນຂ້າພເຈົ້າ ເພາະວ່າລາຍຊື່ທີ່ສົ່ງໄປນັ້ນ ກໍເປັນໄປຕາມບົດລາຍງານທີ່ຂ້າພເຈົ້າເປັນຄົນສົ່ງໃຫ້ທາງການນຳຂັ້ນເມືອງຕາມເອກະສານ ໃນເບື້ອງຕົ້ນແລ້ວກໍໄດ້ຄົບທັງ 17 ຄົນ. ສ່ວນບຸກຄົນທີ່ມາທີຫຼັງ ຂ้าພເຈົ້າກໍໄດ້ສົ່ງລາຍຊື່ລາຍງານຕາມຫຼັງຢູ່ແລ້ວ ແຕ່ທາງຂັ້ນເມືອງເຮັດບໍ່ທັນ, ແຕ່ເຖິງຢ່າງໃດກໍຕາມ ທາງການນຳຂັ້ນເມືອງກໍໄດ້ເກັບກຳລາຍຊື່ທີ່ຕົກຫຼົ່ນ ແລ້ວກໍໄປເຮັດໃຫ້ໃໝ່ອີກຮອບ ບໍ່ແມ່ນແຕ່ທີມກູ້ໄພໄທ ຂອງທີມກູ້ໄພລາວກໍມີລາຍຊື່ຕົກຫຼົ່ນເຊັ່ນດຽວກັນ. ແລະ ມາຕໍ່ກັນທີ່ປະເດັນການເປີດຮັບບໍລິຈາກ, ສະມາຄົມຂອງພວກເຮົາທີ່ຜ່ານມາກໍບໍ່ໄດ້ປະຕິບັດງານແຕ່ໜ້າວຽກໃດໜ້າວຽກໜຶ່ງ ຫຼື ບໍ່ໄດ້ພຽງແຕ່ໄປຊ່ວຍຄົນຕິດໃນຖ້ຳ, ເບື້ອງຕົ້ນໜ່ວຍກູ້ໄພທາງປາກງື່ມກໍໄດ້ມີການຊ່ວຍເຫຼືອເປັນປົກກະຕິ ເຮັດການຊ່ວຍເຫຼືອເກັບສົບຄົນທຸກຍາກເປັນປົກກະຕິຂອງໜ່ວຍງານ ແລະ ກໍໃຊ້ບັນຊີກາງເປັນບັນຊີຂອງສະມາຄົມໃນການລະດົມທຶນ ບໍ່ເຄີຍໃຊ້ບັນຊີສ່ວນຕົວໃນການຮັບບໍລິຈາກ. ສ່ວນການຮັບບໍລິຈາກເພື່ອຊ່ວຍຄອບຄົວຂອງຄົນທີ່ຕິດໃນຖ້ຳນັ້ນ ພວກເຮົາບໍ່ໄດ້ເປີດຮັບບໍລິຈາກ ພວກເຮົາມີທາມລາຍ (Timeline) ໃນການລະດົມທຶນ ເພື່ອຫາຜູ້ທີ່ຢາກສົມທົບທຶນຊ່ວຍເຫຼືອເລື່ອງວຽກງານ ແລະ ລາຍຈ່າຍສະເພາະສະມາຄົມຂອງພວກເຮົາເທົ່ານັ້ນ. ສ່ວນບຸກຄົນທີ່ຕິດຕໍ່ມາຢາກສົມທົບທຶນຊ່ວຍເຫຼືອໃນພາລະກິດຄົນຕິດຖ້ຳ ສ່ວນໃຫຍ່ແລ້ວພວກເຮົາໄດ້ມອບໃຫ້ທາງການນຳຂັ້ນເມືອງ ນອກຈາກວ່າຜູ້ບໍລິຈາກນັ້ນຢາກສະໜັບສະໜູນສະມາຄົມອາສາກູ້ໄພລາວ ຊຶ່ງກໍມີທີມງານໜຶ່ງມາສະໜັບສະໜູນມອບເງິນໃຫ້ກູ້ໄພລາວຂອງພວກເຮົາ ຈຳນວນ 3 ໜ່ວຍງານ ມູນຄ່າປະມານ 9,900,000 ກີບ, ຊຶ່ງພວກເຮົາກໍແບ່ງໃຫ້ແຕ່ລະໜ່ວຍງານຕາມຈຸດປະສົງຂອງຜູ້ບໍລິຈາກ, ຈຸດປະສົງຂອງເພິ່ນກໍຄືມອບໃຫ້ 3 ໜ່ວຍງານທີ່ປະຕິບັດໜ້າທີ່ຕົວຈິງ ມີໜ່ວຍກູ້ໄພສາຍໃຈລາວ, ສະມາຄົມໃຈເຖິງໃຈ ແລ້ວກໍໜ່ວຍກູ້ໄພເມືອງປາກງື່ມ ຕົກໜ່ວຍງານລະ 3,300,000 ກີບ. #ข่าวประเทศลาว #ເວົ້າໃຫ້ຟັງ #SpillTheTea #ลาว #Laos #การเมืองลาว #สปปลาว #ประเทศลาว #ข่าวสปปลาว #LaoNews #Vaohaifung #เว้าให้ฟัง

เพจดังแฉวีกรรม “เมียหลวงจับชู้” คาเตียง? เคราะห์ซ้ำแฉชู้ ส่อติดคุก? “แพรรี่-ดัง พันกร” ฝากจุกๆ! 39

เขมรระส่ำ! รถหุ้มเกราะ First Win ยิงไม่เข้า-ปืนเลเซอร์ส่องเป้าหมาย | ข่าวอรุณอมรินทร์ | 09/07/69

ชี้เป้าเเอร์รับผงเเป้งอาจทะลุ 10 คน "มีนา" เเค่เหยื่อเเต่"ฉิงฉิง"ถูกแฉตัวเเม่ l ปรากฏว่า l 9 ก.ค. 69

หนุ่มไทยสิ้นเนื้อประดาตัว นอน บขส.ลาว 2 วัน หลังโดนสาวลาวบล็อกหนี | ข่าวประเทศลาว | VaoHaiFung.EP203

เขมรเห็นไทยติดหล่ม ! เห็นช่องว่างระหว่างกองทัพและฝ่ายการเมือง

"ท้องถิ่นนนทบุรี" ระส่ำ ขบวนการโกงสอบ วิ่งเต้นคืนเงินพัลวัน หวังปิดปากพ้นผิด ?

ฮุนเซนช็อกคาบ้านแน่ "อนุทิน" เทสระบบขึ้นรบหุ้มเกราะกองทัพ โชว์โดรน-อาวุธ ไทยผลิตเอง

อุโมงค์เชียงใหม่ แม่ฮ่องสอนสะท้อนหมากยุทธศาสตร์จีนในภูมิภาค | ทันโลก กับ Thai PBS | 8 ก.ค. 2569

จับคาโต๊ะพนัน รวบ 28 ผู้ต้องหาชาวจีน กลางตลาดซังเจียง เวียงจันทน์ | ข่าวประเทศลาว | VaoHaiFung.EP200

ปูพรมถล่มใหญ่ | อิหร่านสวนกลับฐานทัพสหรัฐ 85 จุด

ข่าวร้อน สนามเป้า On Air 9 ก.ค. 69 (FULL)

🦵สุขภาพดีทุกวัน | 6 อาหารบำรุงกล้ามเนื้อขา เพิ่มแรงเดิน มั่นคง ลดเสี่ยงหกล้ม หลังวัย 60 🌿

ลาวเซ็กบิลคนโกง บิ๊กข้าราชการระดับสูง เข้าคุกตลอดชีวิต | ข่าวประเทศลาว | VaoHaiFung.EP198

หญิงลาว 7 คน ติดงอมแงมกับ "นายทุนจีน" ยอมทำงานผิดกฎหมายใน สปป ลาว | ข่าวประเทศลาว | VaoHaiFung.EP196

40 ชาติไม่เอา "ฮุนมาเนต" สื่อโลกรุมตีแผ่กัมพูชา คบไม่ได้ภัยความมั่นคง

#ด่วน เขมรติดคุกไทยแล้ว ฮุนเซนไม่ช่วย จีนชนะสหรัฐฮุนเซนถีบญี่ปุ่น ชายแดนระะอุ4รุม20 ช็อคไทยโชว์ของ

Brasilien – Norwegen Highlights | Achtelfinale, FIFA WM 2026 | sportstudio

เกิดใหม่ชาตินี้ไม่ขอทน พลิกชีวิตเป็นลูกสาวคนรวยที่สุดเพื่อกลับมาแก้แค้น!

โลกยี้เขมร ท่องเที่ยว “กัมพูชา” วิกฤติชะลอตัวสุดในอาเซียน ต่างชาติไม่เหยียบแผ่นดินลดฮวบเจ๊งบ๊ง

