ล้อมจับกระบะซุกยาบ้า 1.2 ล้านเม็ด คนขับทิ้งรถดิ่งป่าหนี! | ข่าวประเทศลาว | VaoHaiFung.EP202

ໃນວັນທີ 3 ມິຖຸນາ 2026 ຜ່ານມານີ້ ເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງແປກ ໄດ້ສົມທົບກຳລັງເຂົ້າທະລາຍ ແລະ ກັກຕົວພາຫະນະກຸ່ມແກ້ງລັກລົດຈັກທີ່ອອກອາລະວາດຕາມເຂດເທດສະບານເມືອງແປກ ສາມາດກັກຕົວຜູ້ຖືກຫາໄດ້ພ້ອມກັນເຖິງ 3 ຄົນ ເຊິ່ງທັງໝົດເປັນພຽງເຍົາວະຊົນ ແລະ ໄວໜຸ່ມເທົ່ານັ້ນ ປະກອບມີ ທ້າວ ຄຳຫຼ້າ ອາຍຸ 19 ປີ, ທ້າວ ສິນທະນູ ອາຍຸ 16 ປີ ທັງສອງຄົນຢູ່ບ້ານສາຍລົມ ເມືອງແປກ ແຂວງຊຽງຂວາງ ແລະ ທ້າວ ບຸນຖົມ ອາຍຸ 19 ປີ ຢູ່ບ້ານໂງ້ຍ ເມືອງແປກ ແຂວງຊຽງขວາງ ພ້ອມດ້ວຍເຄື່ອງຂອງກາງທີ່ເກັບກູ້ຄືນມາໄດ້ເປັນລົດຈັກທີ່ຖືກໂຈລະກຳມາ ລວມທັງໝົດ 17 ຄັນ ຈາກການສືບສວນ-ສອບສວນຂະຫຍາຍຜົນຢ່າງເຄັ່ງຮ້ອນ ຜູ້ຖືກຫາທັງ 3 ຄົນແມ່ນຍອມຈຳນົນຕໍ່ຫຼັກຖານ ແລະ ໄດ້ໃຫ້ການຮັບສາລະພາບຢ່າງໝົດເປືອກວ່າ ໄດ້ຮ່ວມກັນເຄື່ອນໄຫວລັກລົດຈັກຂອງປະຊາຊົນແທ້ ໂດຍມີການແບ່ງງານ ແລະ ຈັບຄູ່ກັນລັກຢ່າງເປັນຂະບວນການ ເຊິ່ງທ້າວ ຄຳຫຼ້າ ໄດ້ຮ່ວມກັບ ທ້າວ ສິນທະນູ ລັກໄດ້ຈຳນວນ 6 ຄັນ, ຈາກນັ້ນ ທ້າວ ຄຳຫຼ້າ ໄດ້ປ່ຽນຄູ່ຮ່ວມມືກັບ ທ້າວ ບຸນຖົມ ລັກເພີ່ມໄດ້ອີກ 4 ຄັນ ແລະ ທີ່ໜ້າຕົກໃຈແມ່ນ ທ້າວ ຄຳຫຼ້າ ໄດ້ເຄື່ອນໄຫວລັກຄົນດຽວ ເກັບກູ້ໄດ້ອີກເຖິງ 7 ຄັນ ເມື່ອໄດ້ລົດຈັກມາແລ້ວ ພວກກ່ຽວກໍໄດ້ນຳໄປເລາະຂາຍໃຫ້ປະຊາຊົນຢູ່ພາຍໃນແຂວງຊຽງຂວາງໃນລາຄາຖືກ ເພື່ອເອົາເງິນມາແບ່ງກັນຫຼິ້ນກິນຟຸມເຟືອຍ ເທດສະການ ແລະ ດື່ມກິນຈົນເງິນໝົດກ້ຽງ ເຮັດໃຫ້ໄດ້ໃຈກໍ່ເຫດຊ້ຳແລ້ວຊ້ຳອີກ ຈົນກະທັ້ງມາຖືກເຈົ້າໜ້າທີ່ຕຳຫຼວດກັກຕົວໄດ້ໃນທີ່ສຸດ ໃນປະຈຸບັນນີ້ ເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງແປກ ສາມາດຕິດຕາມເກັບກູ້ເອົາເຄື່ອງຂອງກາງລົດຈັກຄືນມາໄດ້ຄົບທັງ 17 ຄັນແລ້ວ ແລະ ກຳລັງເລັ່ງສືບຕໍ່ດຳເນີນການສືບສວນ-ສອບສວນພວກກ່ຽວທັງ 3 ຄົນຢ່າງລະອຽດ ເພື່ອດຳເນີນຄະດີຕາມລະບຽບກົດໝາຍ. ໃນວັນທີ 6 ກໍລະກົດ 2026 ເວລາ 10:30 ນາທີ ເຈົ້າໜ້າທີ່ພະແນກຕຳຫຼວດປ້ອງກັນເສດຖະກິດ ກອງບັນຊາການປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ ໄດ້ເປີດປະຕິບັດການບຸກຈູ່ໂຈມຂະບວນການສໍ້ໂກງອອນລາຍ ພາຍຫຼັງໄດ້ຮັບການລາຍງານເບາະແສສຳຄັນຈາກພົນລະເມືອງດີ ໂດຍແຈ້ງວ່າ ມີກຸ່ມຄົນຕ່າງປະເທດຈຳນວນໜຶ່ງ ເຂົ້າມາເຊົ່າພື້ນທີ່ຢູ່ເຂດບ້ານຫ້ວຍຕົມ ເມືອງສັງທອງ ນະຄອນຫຼວງວຽງຈັນ ແລະ ມີພຶດຕິກຳເຄື່ອນໄຫວຜິດປົກກະຕິ ໜ້າສົງໄສ ບໍ່ຄືກັບຄົນທົ່ວໄປ ເຈົ້າໜ້າທີ່ໜ່ວຍງານວິຊາສະເພາະຝ່າຍສືບສວນ ຈຶ່ງໄດ້ລົງພື້ນທີ່ເກັບກຳຂໍ້ມູນຈົນເຫັນວ່າມີມູນຄວາມຈິງວ່າ ນີ້ຄືຮັງຂອງກຸ່ມສະແກມເມີ ເຈົ້າໜ້າທີ່ວິຊາສະເພາະ ຈຶ່ງໄດ້ສົມທົບກັບເຈົ້າໜ້າທີ່ ປກສ ກຸ່ມ 5 ບ້ານຊໍ້ ແລະ ອຳນາດການປົກຄອງບ້ານຫ້ວຍຕົມ ວາງແຜນປິດລ້ອມ ແລະ ບຸກເຂົ້າກວດກາສະຖານທີ່ເປົ້າໝາຍດັ່ງກ່າວແບບບໍ່ໃຫ້ຕັ້ງຕົວ ຜ່ານການປະຕິບັດການ ສາມາດກັກຕົວເປົ້າໝາຍຄົນສັນຊາດຈີນໄດ້ທັງໝົດຍົກແກ້ງ 26 ຄົນ ພ້ອມຂອງກາງໃນການກະທຳຜິດຄາຕາ ປະກອບມີ ຄອມພິວເຕີຕັ້ງໂຕ໊ະ ຈຳນວນ 24 ໜ່ວຍ, ໂທລະສັບມືຖືທີ່ໃຊ້ໃນການຫຼອກລວງ 75 ໜ່ວຍ, ໂຕ໊ະ 5 ໜ່ວຍ ແລະ ຕັ່ງອີກ 26 ໜ່ວຍ ຈາກການສືບສວນ-ສອບສວນເບື້ອງຕົ້ນ ກຸ່ມຜູ້ຕ້ອງຫາສັນຊາດຈີນທັງໝົດໄດ້ຮັບສາລະພາບວ່າ ໄດ້ຮ່ວມກັນຕັ້ງຖານປະຕິບັດການເຄື່ອນໄຫວສໍ້ໂກງຊັບດ້ວຍຮູບການຊັກຊວນບຸກຄົນໃຫ້ມາລົງທຶນໃນການຊື້ຫຸ້ນຂອງປະເທດ ສ.ເກົາຫຼີ ແທ້ ໂດຍກຸ່ມແກ້ງນີ້ໄດ້ໂພສ໌ໂຄສະນາລົງແອັບພລິເຄຊັນ Telegram ໃນກຸ່ມທີ່ຊື່ວ່າ "6666" ເພື່ອໃຫ້ບຸກຄົນຫຼົງເຊື່ອ ແລະ ໂອນເງິນມາຮ່ວມລົງທຶນ ປັດຈຸບັນ ເຈົ້າໜ້າທີ່ພະແນກຕຳຫຼວດປ້ອງກັນເສດຖະກິດ ໄດ້ກັກຕົວເປົ້າໝາຍທັງ 26 ລາຍ ໄວ້ໃນສູນຄຸມຂັງຊົ່ວຄາວ ຫ້ອງຕຳຫຼວດປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ ເພື່ອສືບສວນ-ສອບສວນຂະຫຍາຍຜົນຫາຜູ້ຮ່ວມຂະບວນການລາຍໃຫຍ່ ແລະ ດຳເນີນຕາມຂັ້ນຕອນຂອງກົດໝາຍຢ່າງເຂັ້ມງວດຕໍ່ໄປ, ໃນວັນທີ 5 ກໍລະກົດ 2026 ຜ່ານມານີ້ ເຈົ້າໜ້າທີ່ພະແນກສະກັດກັ້ນ ແລະ ຕ້ານຢาເສບຕິດ ຫ້ອງຕຳຫຼວດ ກອງບັນຊາການ ປກສ ແຂວງບໍລິຄຳໄຊ ໄດ້ນຳກຳລັງອອກເຄື່ອນໄຫວວຽກງານວິຊາສະເພາະໃນພື້ນທີ່ສ່ຽງຕາມແນວຊາຍແດນ ເຊິ່ງເປັນຈຸດຍຸດທະສາດທີ່ກຸ່ມຂະບວນການມັກໃຊ້ເປັນເສັ້ນທາງລັກລອບລຳລຽງຂົນສົ່ງຢາເສບຕິດຂ້າມໄປປະເທດເພື່ອນບ້ານ ໃນລະຫວ່າງທີ່ເຈົ້າໜ້າທີ່ກຳລັງລາດຕະລວງ ແລະ ຊຸ່ມສະກັດຢູ່ນັ້ນ ກໍໄດ້ພົບເຫັນພາຫະນະເປົ້າໝາຍຕ້ອງສົງໄສຄັນໜຶ່ງ ເປັນລົດກະບະວີໂກ່ ສີຂາວ ທະບຽບ ຂນ 4545 ນະຄອນຫຼວງວຽງຈັນ ຂັບຂີ່ມາດ້ວຍຄວາມໄວສູງຈາກເສັ້ນທາງນະຄອນຫຼວງວຽງຈັນ ມຸ້ງໜ້າລົງມາຫາແຂວງບໍລິຄຳໄຊ ຈົນກະທັ້ງລົດຄັນນີ້ຂັບມາຮອດເຂດ ບ້ານ ເວີນທາດ ເມືອງ ທ່າພະບາດ ແຂວງບໍລິຄຳໄຊ ລົດກະບະເປົ້າໝາຍສົງໄສດັ່ງກ່າວໄດ້ຈອດນິ່ງສະໜິດຢູ່ຂ້າງທາງເປັນເວລາດົນນານຜິດປົກກະຕິ ແຕ່ຜູ້ຂັບຂີ່ບໍ່ຍອມລົງຈາກລົດເລີຍແມ່ນແຕ່ກ້າວດຽວ ເຈົ້າໜ້າທີ່ຊຸດສືບສວນຈຶ່ງໄດ້ຕິດຕາມເຝົ້າສັງເກດການຢ່າງໃກ້ຊິດ ເວລາລ່ວງເລີຍມາຮອດຕອນເດິກ ປະມານ 22 ໂມງ 00 ນາທີ ລົດກະບະຄັນດັ່ງກ່າວໄດ້ມີການຂັບຂີ່ອອກຈາກຈຸດທີ່ຈອດຢູ່ແຄມທາງເລກທີ 13 ໃຕ້ ແລ້ວຫັກລ້ຽວເຂົ້າໄປທາງຮ່ອມປ່າສວນຢາງພາລາທີ່ມຶດສະໜິດ ໃນເຂດບ້ານ ເວີນທາດ ມຸ້ງໜ້າເຂົ້າໄປຫາແຄມນໍ້າຂອງ ເຊິ່ງເປັນຈຸດລັບຕາຄົນ ແລະ ເປັນຈຸດສົງໄສໃນການລຳລຽງຂົນສົ່ງຢາເສບຕິດຂ້າມແດນ ເມື່ອເຫັນທ່າບໍ່ດີ ເຈົ້າໜ້າທີ່ຈຶ່ງໄດ້ໃຫ້ສັນຍານໃຫ້ລົດຄັນດັ່ງກ່າວຢຸດລົດ ເພື່ອຂໍສອບຖາມ ແລະ ກວດກາທັນທີ ແຕ່ປາກົດວ່າ ຜູ້ຂັບຂີ່ໄຫວຕົວທັນ ບໍ່ໃຫ້ຄວາມຮ່ວມມືກັບເຈົ້າໜ້າທີ່ ບໍ່ຍອມຈອດລົດ ແລ້ວເລັ່ງຄວາມໄວຂັບຂີ່ລົດຫຼົບໜີຝ່າວົງລ້ອມ ມຸ້ງໜ້າເຂົ້າໄປຫາແຄມນໍ້າຂອງຢ່າງບໍ່ຄິດຊີວິດ ເຈົ້າໜ້າທີ່ບໍ່ຮໍຊ້າ ໄດ້ນຳກຳລັງຂັບລົດຕິດຕາມໄລ່ນໍາເຂົ້າໄປຢ່າງກະຊັ້ນຊິດທ່າມກາງຄວາມມຶດ ຈົນຮອດຈຸດໜຶ່ງ ໄດ້ພົບເຫັນລົດຄັນດັ່ງກ່າວຈອດປະໄວ້ໃນລັກສະນະຕິດຫຼົ່ມ ສ່ວນຜູ້ຂັບຂີ່ອາໄສສະພາບແວດລ້ອມຕອນກາງຄືນທີ່ມຶດສະໜິດ ແລະ ພູມິປະເທດທີ່ເປັນປ່າທຶບ ເປີດປະຕູລົດວິ່ງຫຼົບໜີເອົາຕົວລອດໄປກັບຕາ ແລະ ເມື່ອເຈົ້າໜ້າທີ່ເຂົ້າກວດຄົ້ນຢູ່ພາຍໃນລົດຢ່າງລະອຽດ ກໍຕ້ອງຕະລຶງ ເພາະພົບເຫັນຢາເສບຕິດປະເພດ 1 ຢາບ້າ ຊຸກຊ້ອນຢູ່ພາຍໃນລົດຈຳນວນ 3 ເປົາໃຫຍ່ (ລວມ 600 ມັດ) ນັບລວມມີເຖິງ 1,200,000 ເມັດ ນໍ້າໜັກລວມ 147 ກິໂລກຼາມ. #ข่าวประเทศลาว #ເວົ້າໃຫ້ຟັງ #SpillTheTea #ลาว #Laos #การเมืองลาว #สปปลาว #ประเทศลาว #ข่าวสปปลาว #LaoNews #Vaohaifung #เว้าให้ฟัง

หนุ่มลาวถูกจับ-ปรับ ไร้ใบสั่ง | 8 ก.ค. 69 | คุยข่าวเช้าช่อง8
▶︎

หนุ่มลาวถูกจับ-ปรับ ไร้ใบสั่ง | 8 ก.ค. 69 | คุยข่าวเช้าช่อง8

น้ำท่วมจีนฟาร์มงูแตก ทำงูหลุดเกือบ 1,000 ตัว | ข่าวอรุณอมรินทร์ | 08/07/69
▶︎

น้ำท่วมจีนฟาร์มงูแตก ทำงูหลุดเกือบ 1,000 ตัว | ข่าวอรุณอมรินทร์ | 08/07/69

หลอกสั่งข้าวกล่องเลี้ยงทหาร สูญนับหมื่น | 8 ก.ค. 69 | คุยข่าวเช้าช่อง8
▶︎

หลอกสั่งข้าวกล่องเลี้ยงทหาร สูญนับหมื่น | 8 ก.ค. 69 | คุยข่าวเช้าช่อง8

ฉาวข้ามโขง! หนุ่มลาวขับรถเที่ยวกรุง เจอตร.ปรับ 500 ไร้ใบสั่ง! |  7 ก.ค. 69 | ข่าวใส่ไข่
▶︎

ฉาวข้ามโขง! หนุ่มลาวขับรถเที่ยวกรุง เจอตร.ปรับ 500 ไร้ใบสั่ง! | 7 ก.ค. 69 | ข่าวใส่ไข่

ชัดเจน! "ว้าแดง" ตั้งฐานทัพในไทย คุมพื้นที่ยอดเขาสูง ไล่ไม่ไป? หนักกว่าเขมร
▶︎

ชัดเจน! "ว้าแดง" ตั้งฐานทัพในไทย คุมพื้นที่ยอดเขาสูง ไล่ไม่ไป? หนักกว่าเขมร

Argentinien – Ägypten Highlights | Achtelfinale, FIFA WM 2026 | sportstudio
▶︎

Argentinien – Ägypten Highlights | Achtelfinale, FIFA WM 2026 | sportstudio

ฟิวส์ขาด! เมียไม่รับสาย ผัวหึงโหดยิงยกครัวเมียดับ 2 สาหัส 2 | ลุยชนข่าว | 07 ก.ค. 69
▶︎

ฟิวส์ขาด! เมียไม่รับสาย ผัวหึงโหดยิงยกครัวเมียดับ 2 สาหัส 2 | ลุยชนข่าว | 07 ก.ค. 69

เรือรบหมื่นล้าน พ่ายโดรนหลักแสน! สงครามอสมมาตร พลิกโฉมสนามรบ! Suthichai live 6-7-69
▶︎

เรือรบหมื่นล้าน พ่ายโดรนหลักแสน! สงครามอสมมาตร พลิกโฉมสนามรบ! Suthichai live 6-7-69

ด่วน! "สหรัฐฯ" ถล่มอิหร่านรอบใหม่ ฮอร์มุซเดือด น้ำมันพุ่ง | การตลาดเงินล้าน 8 ก.ค. 69
▶︎

ด่วน! "สหรัฐฯ" ถล่มอิหร่านรอบใหม่ ฮอร์มุซเดือด น้ำมันพุ่ง | การตลาดเงินล้าน 8 ก.ค. 69

สนธิเล่าเรื่อง 080769
▶︎

สนธิเล่าเรื่อง 080769

จับคาโต๊ะพนัน รวบ 28 ผู้ต้องหาชาวจีน กลางตลาดซังเจียง เวียงจันทน์ | ข่าวประเทศลาว | VaoHaiFung.EP200
▶︎

จับคาโต๊ะพนัน รวบ 28 ผู้ต้องหาชาวจีน กลางตลาดซังเจียง เวียงจันทน์ | ข่าวประเทศลาว | VaoHaiFung.EP200

กร่างข้ามแดน! ทหารเขมรยกพวกกดดันทหารไทยรื้อรั้ว | 8 ก.ค. 69 | ข่าวเช้าหัวเขียว
▶︎

กร่างข้ามแดน! ทหารเขมรยกพวกกดดันทหารไทยรื้อรั้ว | 8 ก.ค. 69 | ข่าวเช้าหัวเขียว

ทะเลาะเดือดเรื่องหมา! ปล่อยกัดขาเหวอะ 2 ฝ่ายเผชิญหน้าโต้กันยับกลาง สภ. | ทุบโต๊ะข่าว | 07/07/69
▶︎

ทะเลาะเดือดเรื่องหมา! ปล่อยกัดขาเหวอะ 2 ฝ่ายเผชิญหน้าโต้กันยับกลาง สภ. | ทุบโต๊ะข่าว | 07/07/69

🔴 Live ทันโลก EXPRESS |เดือดต่อ! สหรัฐฯถล่มอิหร่านรอบใหม่  สั่งสอนโจมตีเรือน้ำมัน| 8 ก.ค. 69
▶︎

🔴 Live ทันโลก EXPRESS |เดือดต่อ! สหรัฐฯถล่มอิหร่านรอบใหม่ สั่งสอนโจมตีเรือน้ำมัน| 8 ก.ค. 69

พลิกผัน!8ทีมบอลโลก2026เต็งแชมป์เคลื่อนรุนแรงเกิดอะไรขึ้น
▶︎

พลิกผัน!8ทีมบอลโลก2026เต็งแชมป์เคลื่อนรุนแรงเกิดอะไรขึ้น

นาทีตำรวจลาวบุกทลายเปิดศึกสายฟ้าแลบ ล้างบางปาร์ตี้มืด รวบ 210 ราย | ข่าวประเทศลาว | VaoHaiFung.EP201
▶︎

นาทีตำรวจลาวบุกทลายเปิดศึกสายฟ้าแลบ ล้างบางปาร์ตี้มืด รวบ 210 ราย | ข่าวประเทศลาว | VaoHaiFung.EP201

ไม่ต้องห่วง ! ผู้กำกับหาพระเอกมาเล่นบทนายกฯได้ตลอด/ภัยความมั่นคงเป็นตัวบังคับวิถีทำให้ รบ.นี้อยู่ยาก
▶︎

ไม่ต้องห่วง ! ผู้กำกับหาพระเอกมาเล่นบทนายกฯได้ตลอด/ภัยความมั่นคงเป็นตัวบังคับวิถีทำให้ รบ.นี้อยู่ยาก

เขยคลั่งยิงยกครัวสังเวย 2 ศพ สารภาพสิ้นเมา-เคยตีเมียก่อนบุกสาดกระสุน | ทุบโต๊ะข่าว | 07/07/69
▶︎

เขยคลั่งยิงยกครัวสังเวย 2 ศพ สารภาพสิ้นเมา-เคยตีเมียก่อนบุกสาดกระสุน | ทุบโต๊ะข่าว | 07/07/69

🔴LIVE : #ห้องข่าวหัวเขียว | กบน.ลดราคาน้ำมันทุกชนิด 2.51-2.56 บาท | 8 ก.ค. 69
▶︎

🔴LIVE : #ห้องข่าวหัวเขียว | กบน.ลดราคาน้ำมันทุกชนิด 2.51-2.56 บาท | 8 ก.ค. 69

มหาชนอิหร่านสาบานล้างแค้นอิสราเอลกลางงานศพผู้นำ! รัสเซียชี้ฮอร์มุซคืออาวุธทำลายเศรษฐกิจโลก
▶︎

มหาชนอิหร่านสาบานล้างแค้นอิสราเอลกลางงานศพผู้นำ! รัสเซียชี้ฮอร์มุซคืออาวุธทำลายเศรษฐกิจโลก